ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສັນ​​ຖະ​ວະ​ໄມ​ຕ​ີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ນີ້ແມ່ນການເດີນທາງຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃນຖານະເປັນ ເລຂາທິການໃຫຍ່, ປະທານປະເທດ ລາວ ອາຍຸການ 2021 – 2026.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສັນ​​ຖະ​ວະ​ໄມ​ຕ​ີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ  (ພາບ: TTXVN)

ຕອນເຊົ້າວັນທີ 28 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ໄດ້ມາເຖິງນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍ ພັນລະຍາ ແລະ ທ່ານ ປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍ ພັນລະຍາ.

        ນີ້ແມ່ນການເດີນທາງຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃນຖານະເປັນ ເລຂາທິການໃຫຍ່, ປະທານປະເທດ ລາວ ອາຍຸການ 2021 – 2026. ຕາມລາຍການແລ້ວ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ຢ່າງເປັນທາງການຈະໄດ້ຮັບການຈັດຕັ້ງຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີການສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ. ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຈະເຂົ້າຮ່ວມການພົບປະເຈລະຈາ ແລະ ເປັນສັກຂີພະຍານພິທີລົງນາມບັນດາເອກະສານຮ່ວມມື.

        ການຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ມີຄວາມໝາຍສຳຄັນພິເສດ, ສືບຕໍ່ຢັ້ງຢືນນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ, ບໍລິສຸດຜຸດຝ່ອງ, ໃສແຈ້ງ, ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ ພັກ, ລັດ ແລະ ປະຊາຊົນລາວ. ການຢ້ຽມຢາມກໍ່ປະກອບສ່ວນຢັ້ງຢືນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ, ພິເສດຖືການຮັກສາ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ