ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ຝາກ​ຈົດ​ໝາຍອວຍ​ພອນ​ວັນ​ບຸນ​ໄຫວ້​ພະ​ຈັນ

(VOVWORLD) -ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ ປີ 2020, ວັນທີ 28 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຝາກຈົດໝາຍມາຍັງພວກຫຼານໆເຍົາວະຊົນ, ອະນຸຊົນ.

 ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດຕໍ່ພາລະກິດແຫ່ງການປົກປ້ອງ, ເບິ່ງແຍງດູແລ ແລະ ອົບຮົມສັ່ງສອນເດັກນ້ອຍ ແລະ ຍາມໃດກໍສະຫງວນຄວາມຮັກແພງ ແລະ ເຊື່ອໝັ້ນຕໍ່ພວກຫຼານໆ - ລຸ້ນຄົນອະນາຄົດຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກໍປາດຖະໜາວ່າ ບັນດາຫຼານນ້ອຍຈະເປັນເດັກຄຳຮູ້, ຮຽນເກັ່ງ ແລະ ພັດທະນາຢ່າງຮອບດ້ານ ເພື່ອສືບຕໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍໃຫ້ສວຍງາມ, ຮັ່ງມີ, ສີວິໄລ, ທຽບເທົ່າກັບບັນດາປະເທດມະຫາອຳນາດໃນໂລກ ຄືດັ່ງຄຳມຸ່ງມາດປາດຖະໜາຂອງ ປະທານໂຮ່ຈີມິນ ໃນສະໄໝທີ່ເພິ່ນຍັງມີຊີວິດຢູ່.

        ແລະກໍໃນວັນທີ 28 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ກໍໄດ້ເຂົ້າຮ່ວມລາຍການສະຫຼອງວັນໄຫວ້ພະຈັນ ສຳລັບ ເດັກໆທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນຮ່າໂນ້ຍ. ລາຍການດັ່ງກ່າວ ໂດຍ ສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງຂຶ້ນຢູ່ ຫໍພິພິທະພັນແມ່ຍິງ ຫວຽດນາມ ຢູ່ນະຄອນຫຼວງ ຮ່າໂນ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ