ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ​ຫວຽດ​ນາມ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ

(VOVWORLD) -ຕອນເຊົ້າວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານການເຮັດວຽກຂອງກົມການເມືອງ ກັບຄະນະປະຈຳ ຄະນະພັກນະຄອນຮ່າໂນ້ຍ ເພື່ອປະກອບຄຳເຫັນໃສ່ເອກະສານ ແລະ ວິທີການບຸກຄະລາກອນອົງຄະນະພັກ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນຄັ້ງທີ 17 ອົງຄະນະພັກນະຄອນຮ່າໂນ້ຍ, ອາຍຸການ 2020-2025.
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ​ຫວຽດ​ນາມ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ - ảnh 1

(ພາບ:TTXVN)

    ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຕ້ອງມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ ກ່ຽວກັບບົດບາດ, ທີ່ຕັ້ງທີ່ສຳຄັນພິເສດຂອງນະຄອນຫຼວງຮ່າໂນ້ຍ ເພື່ອປຸກລຸກຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນຂອງຕົນເອງທີ່ມີຕໍ່ຮ່າໂນ້ຍ. ນີ້ແມ່ນແຫຼ່ງກຳລັງແຮງດ້ານຈິດໃຈ, ກຳລັງໜູນທີ່ໃຫ່ຍຫຼວງ ເພື່ອພັດທະນາຂອບຂະໜາດຂອງນະຄອນຫຼວງໃນໄລຍະຈະມາເຖິງ.

   ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ນະຄອນຫຼວງຮ່າໂນ້ຍ ຕ້ອງນຳໜ້າໃນທຸກດ້ານ. ຮ່າໂນ້ຍ ຕ້ອງແມ່ນສູນກາງດ້ານການເມືອງ ແລະ ໃສ່ໃຈ່ວ່າ ຄຽງຄູ່ກັບການຍົກສູງຄຸນນະພາບການວາງແຜນກຳນົດ, ຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມນັ້ນ, ຕ້ອງຍູ້ແຮງການຫັນວຽກງານການສຶກສາ, ວິທະຍາສາດເຕັກໂນໂລຊີ ແມ່ນວຽກງານຂອງສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແກ້ໄຂການເຕີບໂຕດ້ານເສດຖະກິດກັບວັດທະນະທຳຢ່າງກົມກຽວ, ສ້າງອົງຄະນະພັກໃຫ້ໃຄວາມໝັ້ນຄົງເຂັ້ມແຂງ, ສາມັກຄີ.

         

         

ຕອບກັບ

ຂ່າວ/ບົດ​ອື່ນ