ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

(VOVWORLD) - ການແບ່ງແຍກກ່ຽວກັບພູມີສາດການເມືອງ ແລະ ການເສຍຄວາມໄວ້ວາງໃຈທີ່ນັບມື້ນັບເພີ່ມຂຶ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຊຸກຍູ້ການແຂ່ງຂັນດ້ານອາວຸດນິວເຄຼຍຄັ້ງໃໝ່.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່ - ảnh 1ທ່ານເລຂາທິການ ສປຊ Antonio Guterres (ພາບ: THX/TTXVN)

ເນື່ອງໃນໂອກາດ ວັນທີ26 ກັນຍາ ວັນສາກົນລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງ, ໃນວັນທີ 26 ກັນຍາ, ທ່ານເລຂາທິການ ສປຊ Antonio Guterres ໄດ້ຍົກອອກຄຳກ່າວເຕືອນຢູ່ກອງປະຊຸມຄັ້ງທີ 79 ຂອງສະມັດຊາໃຫຍ່ ສປຊ ກ່ຽວກັບສະພາບການຄວາມເຄັ່ງຕຶງທົ່ວໂລກເພີ່ມຂຶ້ນຢ່າງແຮງ ແລະ ຄວາມສ່ຽງແຜ່ຂະຫຍາຍອາວຸດນິວເຄຼຍເກີດຂຶ້ນຄືນໃໝ່.

ທ່ານ Antonio Guterres ໄດ້ເນັ້ນໜັກວ່າ ການແບ່ງແຍກກ່ຽວກັບພູມີສາດການເມືອງ ແລະ ການເສຍຄວາມໄວ້ວາງໃຈທີ່ນັບມື້ນັບເພີ່ມຂຶ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຊຸກຍູ້ການແຂ່ງຂັນດ້ານອາວຸດນິວເຄຼຍຄັ້ງໃໝ່. ທ່ານຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງຍົກອອກສານເປັນເອກະພາບ ແລະ ເດັດດ່ຽວ ນັ້ນແມ່ນ: “ວິທີການໜຶ່ງດຽວເພື່ອລົບລ້າງໄພນາບຂູ່ຈາກອາວຸດນິວເຄຼຍແມ່ນລົບລ້າງມັນ”. ທ່ານ Antonio Guterres ກໍ່ໄດ້ເນັ້ນໜັກວ່າ ບັນດາປະເທດຕ້ອງເດີນຕາມທັງສອງວຽກແມ່ນ ຫຼຸດຜ່ອນອາວຸດ ແລະ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຢ່າງຮີບດ່ວນ.

ເຕື້ອງເຖິງຄວາມຮັບຜິດຊອບຂອງບັນດາປະເທດກຳມະສິດອາວຸດນິວເຄຼຍ, ທ່ານ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດນີ້ຕ້ອງເປັນແບບຢ່າງດ້ວຍວິທີການເຄົາລົບບັນດາພັນທະຫຼຸດຜ່ອນ ອາວຸດ ແລະ ຄຳໝັ້ນສັນຍາບໍ່ນຳໃຊ້ອາວຸດນິວເຄຼຍ ຫຼືນາບຂູ່ນຳໃຊ້ມັນ.

ຕອບກັບ

ຂ່າວ/ບົດ​ອື່ນ