ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ G20 ຮ່ວມ​ມື​ກັນເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດ G20 ຮ່ວມມືກັນເພື່ອຮັບມືກັບບັນຫາປ່ຽນແປງຂອງດິນຟ້າອາກາດ, ຈຳກັດສະພາບອຸ່ນຂຶ້ນໃນທົ່ວໂລກ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ G20 ຮ່ວມ​ມື​ກັນເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທຸງຊາດບັນດາປະເທດສະມາຊິກ G20 (ພາບ:  POS-KUPANG.COM/TTXVN)

ວັນທີ 14 ພະຈິກ, ກ່າວຄຳເຫັນກ່ອນດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຢູ່ບາລີ, ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດ G20 ຮ່ວມມືກັນເພື່ອຮັບມືກັບບັນຫາປ່ຽນແປງຂອງດິນຟ້າອາກາດ, ຈຳກັດສະພາບອຸ່ນຂຶ້ນໃນທົ່ວໂລກ. ທ່ານ Antonio Guterres ຖືວ່າສຽງເວົ້າ ຂອງບັນດາການນຳ G20 ມີຄວາມສຳຄັນຕໍ່ສົນທິສັນຍາສາມັກຄີເພື່ອການປົກປັກຮັກສາດິນຟ້າອາກາດ. ນີ້ແມ່ນຂໍ້ລິເລີ່ມເລັ່ງທວງບັນດາພື້ນຖານເສດຖະກິດພັດທະນາການສະໜອງການເງິນ, ຊ່ວຍດ້ານເຕັກໂນໂລຢີໃຫ້ແກ່ບັນດາພື້ນຖານເສດຖະກິດທີ່ພວມພົ້ນເດັ່ນຂຶ້ນ ຍູ້ໄວວິວັດການຫັນປ່ຽນໄປຍັງບັນດາແຫຼ່ງພະລັງງານທີ່ມີຄວາມສາມາດຜະລິດຄືນໃໝ່, ເພື່ອແນໃສ່ຍູ້ແຮງຄວາມມານະພະຍາຍາມໃນການຈຳກັດສະພາບໜ່ວຍໂລກອຸ່ນຂຶ້ນໃຫ້ຢູ່ລະດັບ 1,5 ອົງສາC.

ກ່ຽວກັບບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ, ທ່ານເລຂາທິການໃຫຍ່ ສປຊ ຖືວ່າ ຄວນມີການກະທຳຮີບດ່ວນເພື່ອສະກັດກັ້ນໄພອຶດຫິວທີ່ພວມເພີ່ມຂຶ້ນຢູ່ຫຼາຍແຫ່ງໃນໂລກ. ຕາມທ່ານ Antonio Guterres ແລ້ວ, ເລື່ອງກຳນົດເວລາຂໍ້ຕົກລົງລິເລີ່ມທັນຍາຫານທະເລດຳ ລະຫວ່າງ ລັດເຊຍ ແລະ ຢູແກຼນ ເພື່ອສືບຕໍ່ສົ່ງອອກທັນຍາຫານ ຂອງຢູແກຼນກໍ່ຄືປຸຍຂອງ ລັດເຊຍ ອອກໄປຍັງຕະຫຼາດໂລກແມ່ນ ມີຄວາມໝາຍສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ