ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມ, ຊົມເຊີຍບັນດາຜົນງານໃນທຸກຂົງເຂດເຊິ່ງ ລາວ ບັນລຸໄດ້ ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ
(ພາບ: nhandan.vn)

        ຕອນບ່າຍວັນທີ 17 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ ທອງສະລິດ ມັງໜໍ່ເມກ, ຊົມເຊີຍບັນດາຜົນງານໃຫຍ່ຫຼວງ, ຮອບດ້ານເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງ, ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມ, ຊົມເຊີຍບັນດາຜົນງານໃນທຸກຂົງເຂດເຊິ່ງ ລາວ ບັນລຸໄດ້ ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ໃນນັ້ນມີການປະກອບສ່ວນສຳຄັນຂອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ. ທ່ານເລຂາທິການໃຫຍ່ສະເໜີວ່າ ໃນໄລຍະຈະມາເຖິງ, ຫ້ອງວ່າການສູນກາງພັກຂອງ 2 ປະເທດສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ, ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ, ບົດຮຽນ, ການໜູນຊ່ວຍເຊິ່ງກັນ ແລະ ກັນໃນວຽກງານຍຸດທະສາດ, ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຫ້ອງວ່າການສູນກາງຂອງ 2 ພັກ ແລະ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ຝ່າຍໃຫ້ບັນລຸປະສິດທິຜົນ, ປະກອບສ່ວນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ