ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ກູບາ

(VOVWORLD) - ຕອນບ່າຍວັນທີ 10 ຕຸລາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Olga Lidia Tapia Iglesia ເລຂາສູນກາງພັກ, ຫົວໜ້າຄະນະວິທະຍາສາດ, ສຶກສາ ແລະ ກິລາສູນກາງພັກກອມມູນິດ ກູບາ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ກູບາ - ảnh 1 ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນຫຼັກໝັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ປະຊາຊົນ ຫວຽດນາມ ທີ່ສະໜັບສະໜູນພາລະກິດການປະຕິວັດອັນຊອບທຳຂອງປະຊາຊົນ ກູບາ ອ້າຍນ້ອງ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ ກູບາ ກ່ຽວກັບບັນດາບົດຮຽນຂອງພາລະກິດປ່ຽນແປງໃໝ່, ບໍ່ພຽງແຕ່ບັນດາຜົນງານທີ່ບັນລຸໄດ້ເທົ່ານັ້ນ ຫາກຍັງທັງບັນດາສິ່ງຈຳກັດ, ອ່ອນດ້ອຍຄວນໄດ້ຮັບການແກ້ໄຂອີກດ້ວຍ ເພື່ອໃຫ້ ກູບາ ຄົ້ນຄວ້າ, ທາບທາມໃນວິວັດການອັບເດັດຮູບແບບເສດຖະກິດ - ສັງຄົມ.

       ສ່ວນທ່ານນາງ Olga Lidia Tapia Iglesia ເລຂາສູນກາງພັກ, ຫົວໜ້າຄະນະວິທະຍາສາດ, ສຶກສາ ແລະ ກິລາສູນກາງພັກກອມມູນິດ ກູບາ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ກູບາ ຖຶກເປັນສຳຄັນການພົວພັນແບບພິເສດກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ; ມີຄວາມປາດຖະໜາ ແລະ ຕັດສິນໃຈປະຕິບັດການເພີ່ມທະວີ, ຊຸກຍູ້ ແລະ ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເລິກເຊິ່ງ ແລະ ພັດທະນາດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ