ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ຕ້ອນ​ຮັບ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ເ​ກຼັກ Katerina Sakellaropoulou

(VOVWORLD) -ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານນາງ ປະທານາທິບໍດີ ເກຼັກ Katerina Sakellaropoulou ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ຕ້ອນ​ຮັບ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ເ​ກຼັກ Katerina Sakellaropoulou - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou

ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນການພົບປະສົນທະນາລະຫວ່າງທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ. ທ່ານເລຂາທິການໃຫຍ່ ຫງວຽຝູຈ້ອງ ກໍສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະແມ່ນຂີດໝາຍໃໝ່ໃນການພັດທະນາສາຍພົວພັນລະຫວ່າງສອງປະເທດ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເກຼັກ ແລະ ມີຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ເກຼັກ.

        ສ່ວນທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou ເຫັນດີເປັນເອກະພາບຕໍ່ກຳນົດທິດເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກອອກແກ່ການພົວພັນສອງຝ່າຍ ແລະ ປະຕິຊົມຊື່ນຕໍ່ໝາກຜົນແຫ່ງການພັດທະນາການຮ່ວມມື, ພ້ອມທັງໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນຫຼາຍຂົງເຂດ, ເຊິ່ງລວມມີການຄ້າ, ການຕໍ່ກ່ຳປັ່ນ, ການຂົນສົ່ງທາງທະເລ ແລະ ການທ່ອງທ່ຽວ. ການນຳສອງທ່ານກໍໄດ້ເຫັນດີເພີ່ມທະວີການພົວພັນດ້ານການເມືອງ, ຍູ້ແຮງການສົມທົບ, ສະໜັບສະໜູນກັນໃນເວທີປາໄສສາກົນ ແລະ ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ພັດທະນາການຮ່ວມມື, ເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

        ນັກຂ່າວ ວັນຫ໊ຽວ

ຕອບກັບ

ຂ່າວ/ບົດ​ອື່ນ