ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເປັນ​ປະ​ທານ​ການ​ປະ​ຊຸມ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ​ສັງ​ຄົມ​ປີ 2021 ແລະ ຄາດ​ຄະ​ເນ​ປີ 2022

(VOVWORLD) -ກົມການເມືອງຮຽກຮ້ອງໃຫ້, ຄະນະຮັບຜິດຊອບວຽກງານພັກ ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕິດແທດກັບທັດສະນະພັດທະນາເສດຖະກິດ - ສັງຄົມ ຢູ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເປັນ​ປະ​ທານ​ການ​ປະ​ຊຸມ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ​ສັງ​ຄົມ​ປີ 2021 ແລະ ຄາດ​ຄະ​ເນ​ປີ 2022 - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ການປະຊຸມ

ຕອນເຊົ້າວັນທີ 17 ກັນຍາ, ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ກົມການເມືອງໄດ້ຈັດການປະຊຸມເພື່ອຮັບຟັງ ຄະນະຮັບຜິດຊອບວຽກງານພັກ ລັດຖະບານ ລາຍງານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022, ສະພາບການປະຕິບັດງົບປະມານແຫ່ງລັດ ປີ 2021, ແຜນງົບປະມານແຫ່ງລັດ ປີ 2022 ແລະ ແຜນການການເງິນ - ງົບປະມານແຫ່ງລັດ ໃນໄລຍະ 3 ປີ 2022 – 2024, ຈຸດເວລາປະຕິບັດການປະຕິຮູບນະໂຍບາຍເງິນເດືອນ.

ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໃຫ້ຮູ້ວ່າ ກົມການເມືອງເຫັນດີເຫັນພ້ອມໂດຍພື້ນຖານກັບບັນດາການໄຈ້ແຍກ, ຕີລາຄາກ່ຽວກັບສະພາບການ, ການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດ, ສະພາບການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ແຕ່ຕົ້ນປີມາຮອດປັດຈຸບັນ ຂອງຄະນະຮັບຜິດຊອບວຽກງານພັກລັດຖະບານ. ທ່ານກ່າວວ່າ:

ນີ້ແມ່ນປີທຳອິດຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ເພາະສະນັ້ນ, ກ່ຽວກັບເສດຖະກິດສັງຄົມ ຖອດຖອນໄດ້ປະສົບການຫຍັງ. ຈາກສະພາບຕົວຈິງນັ້ນ ສົມທຽບກັບມະຕິຂອງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ເພື່ອຜັນຂະຫຍາຍໃນປີ 2022 ດ້ວຍຈິດໃຈ ເຂົ້າໃຈງ່າຍ, ຈື່ຈຳງ່າຍ, ປະຕິບັດງ່າຍ, ກວດກາງ່າຍ, ຫຼັງຈາກນັ້ນ ສະພາແຫ່ງຊາດຈະຈັດການປະຊຸມ ແລະ ຫັນບັນດາບາດກ້າວເປັນລະບອບລະບຽບການຢ່າງຈະແຈ້ງ, ມີແບບມີແຜນ, ມີຈິດໃຈປ່ຽນແປງໃຫມ່ ແລະ ແທດຈິງທີ່ສຸດ.

ສະເໜີຄຳຮຽກຮ້ອງໃນການຊີ້ນຳບໍລິຫານແຕ່ປັດຈຸບັນຮອດທ້າຍປີ 2021 ແລະ ການສ້າງແຜນການພັດທະນາເສດຖະກິດ - ສັງຄົມ 2022, ທ່ານ ຫງວຽນຝຸຈ້ອງ ໄດ້ຊີ້ແຈ້ງວ່າ: ກົມການເມືອງຮຽກຮ້ອງໃຫ້, ຄະນະຮັບຜິດຊອບວຽກງານພັກ ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕິດແທດກັບທັດສະນະພັດທະນາເສດຖະກິດ - ສັງຄົມ ຢູ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ຍົກສູງຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັດສິນໃຈມານະພະຍາຍາມທີ່ສຸດ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ. ປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຂຽວຂາດ, ການປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ພິເສດແມ່ນ, ສະໜິດຕິດແທດສະພາບການ, ເປັນເຈົ້າການໃນການສ້າງກໍລະນີ, ວິທີການແກ້ໄຂທີ່ເໝາະສົມ, ປັບຕົວໃຫ້ແທດເໝາະກັບສະພາບການໂລກລະລາດໂຄວິດ - 19 ທີ່ອາດຈະແກ່ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ