ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫວຽດນາມ-ລາວ

(VOVWORLD) -ບັນດາເອກະສານຮ່ວມມືທີ່ໄດ້ຮັບການລົງນາມລວມມີ: ຂໍ້ຕົກລົງຍຸດທະສາດຮ່ວມມືລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2030; ສັນຍາຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ - ລາວ ໄລຍະ 2021 – 2025; ຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໄລຍະ 2021 – 2025...
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫວຽດນາມ-ລາວ - ảnh 1ການນຳສອງປະເທດເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງ 2 ປະເທດ
(ພາບ: TTXVN)

ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງ 2 ປະເທດ. ບັນດາເອກະສານຮ່ວມມືທີ່ໄດ້ຮັບການລົງນາມລວມມີ: ຂໍ້ຕົກລົງຍຸດທະສາດຮ່ວມມືລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2030; ສັນຍາຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ - ລາວ ໄລຍະ 2021 – 2025; ຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໄລຍະ 2021 – 2025; ແຜນການຮ່ວມມືໃນຂົງເຂດຖະແຫຼງຂ່າວ ລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ…

ຕອບກັບ

ຂ່າວ/ບົດ​ອື່ນ