ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ​້ອງ ໃຫ້​ການ​ຕ້ອນ​ຮັບ​ ເລ​ຂາ​​ພັກ​ນະ​ຄອນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນະ​ຄອນຫຼວງ ວຽງ​ຈັນ

(VOVWORLD) -ວັນທີ 10 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ອານຸພາບ ຕຸນາລົມ ເລຂາສູນກາງພັກປະຊາຊົນປະຕິວັດລາວ,  ເລຂາພັກນະຄອນ, ປະທານສະພາປະຊາຊົນະຄອນຫຼວງ ວຽງຈັນ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ​້ອງ ໃຫ້​ການ​ຕ້ອນ​ຮັບ​ ເລ​ຂາ​​ພັກ​ນະ​ຄອນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນະ​ຄອນຫຼວງ ວຽງ​ຈັນ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງໃຫ້ການຕ້ອນຮັບທ່ານ ອານຸພາບ ຕຸນາລົມ   ເລຂາພັກນະຄອນ, ປະທານສະພາປະຊາຊົນະຄອນຫຼວງ ວຽງຈັນ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມໃນປີ ສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ແລະ ສອງຝ່າຍຫາກໍ່ສົມທົບກັນຈັດຕັ້ງ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວຢູ່ນະຄອນຫຼວງຂອງສອງປະເທດຢ່າງສຳເລັດຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ຜົນການຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງສອງນະຄອນຫຼວງ; ທ່ານຫວັງວ່າ ນະຄອນຫຼວງວຽງຈັນຈະສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນ, ຮ່ວມມືກັບນະຄອນຫຼວງຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນຂອງ ຫວຽດນາມ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ ຢ່າງຮອບດ້ານໃນທຸກຂົງເຂດ ແລະ ສອງນະຄອນຫຼວງຕ້ອງແຂ່ງຂັນກັນ ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ທ່ານ ອານຸພາບ ຕຸນາລົມ ຂໍຖືເປັນກຽດສົ່ງຄຳຢຶ້ຢາມຖາມຂ່າວທີ່ອົບອຸ່ນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕໍ່ການເລຂາທິການໃຫຍ່ ຫງວຽນຝູຈ້ອງ; ທ່ານສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງນຳໜ້າ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ໃຫຍ່ຫຼວງຫຼາຍຢ່າງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ