ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບ
ທ່ານນາຍົກລັດຖະມົນຕີແຫ່ງສປປ ລາວ ທອງລຸນ ສີສຸລິດ
(vovworld) – ຕອນບ່າຍວັນທີ 07/02 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີແຫ່ງສປປ ລາວ ທອງລຸນ ສີສຸລິດ ມາ ຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນຢ່າງແຮງ ແລະ ຮອບດ້ານສຳລັບພາລະກິດປ່ຽນໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດ ລາວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ລັດຖະບານໃນໄລຍະຜ່ານມາ ແລະ ສະເໜີວ່າ ທີ່ກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ນາຍົກລັດຖະມົນຕີ 2 ທ່ານຂອງ 2 ປະເທດຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດປຶກສາຫາລື ແລະ ເຫັນດີເປັນເອກະພາບບັນດາມາດຕະການ, ເປັນເຈົ້າການ, ຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ລາວ ແລະ ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ, ສັນຍາຮ່ວມມືລະຫວ່າງ 2 ລັດຖະບານ ແລະ ບັນດາໂຄງການ, ແຜນການຮ່ວມມືລະຫວ່າງ 2 ຝ່າຍຢ່າງມີປະສິດທິຜົນ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມພາກພູມໃຈຕໍ່ການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ທີ່ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ປະກອບສ່ວນສຳຄັນເຂົ້າພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ. 2 ຝ່າຍຢືນຢັນ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະ ສືບທອດໃຫ້ລຸ້ນຫລັງກ່ຽວກັບສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.