ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ

(VOVWORLD) -ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນດຳເນີນກອງປະຊຸມເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 12 ຕຸລາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ບັນດາສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງບາດີງ ແລະ ໄຕໂຮ່. 

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ

ພາບ:vietnam+

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດບາດກ້າວພັດທະນາຂອງປະເທດຊາດ, ຂອງນະຄອນຫລວງຮ່າໂນ້ຍໃນໄລຍະມໍ່ໆມານີ້. ຜູ້ມີສິດເລືອກຕັ້ງກໍ່ມີຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງກອງປະຊຸມສູນກາງພັກຄັ້ງທີ 6 ຜ່ານມາ ແລະ ຖືວ່າ ບັນດາໝາກຜົນນັ້ນໄດ້ສ້າງຄວາມເພິ່ງພໍໃຈ, ເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ. ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ສະພາບການຢູ່ພາຍໃນປະເທດພວມມີການຫັນປ່ຽນຢ່າງຕັ້ງຫນ້າ. ດ້ານການເມືອງ, ເສດຖະກິດ, ສັງຄົມມີຄວາມສະຖຽນລະພາບ, ທີ່ຕັ້ງບົດບາດຂອງປະເທດຊາດນັບມື້ນັບໄດ້ຍົກສູງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ