ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໂຄສະນາສຶກສາ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໂຄສະນາສຶກສາ - ảnh 1
ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໂຄສະນາ​ສຶກສາ
(ພາບ: dangcongsan.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 08/01, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຈັດ​ກອງ​ປະຊຸມສະຫຼຸບ​ວຽກ​ງານ​ໂຄສະນາ​ສຶກສາ​ທົ່ວ​ປະ​ເທດ​ປີ 2012, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013. ປີ 2012, ​ເຖິງ​ວ່າ​ສະພາບ​ການ​ຂອງ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຜັນ​​​ແປ​ສັບສົນຫຼາຍ​ຢ່າງ, ​ເສດຖະກິດ​ຖືກ​ຊຸດ​​ໂຊມ, ວິ​ກິດ​ການ​ດ້ານ​ການ​ເງິນ​ຖືກ​ແກ່ຍາວ​ຢູ່​ຫຼາຍ​ປະ​ເທດ​ກໍ່ຕາມ, ​ແຕ່​ສະພາບ​ການ​​ເມືອງ, ສັງຄົມ​ພາຍ​ໃນ​ປະ​ເທດ​ຍັງ​ຄົງ​ໄດ້​ຮັບ​ການຮັກສາ​ໄວ້​ຢ່າງ​ໝັ້ນຄົງ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ລະບົບ​ການ​ເມືອ​ງສືບ​ຕໍ່​ໄດ້​ຮັບ​ການ​ປັນ​ປຸງ. ຂະ​ແໜງ​ໂຄສະນາ​ສຶກສາ​ທົ່ວ​ປະ​ເທດ​ໄດ້​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​​ໃນ​ການເປັນ​ເສນາ​ທິການ​ໃຫ້​ກົມ​ການ​ເມືອງ, ຄະນະ​ເລຂາ, ບັນດາ​ຄະນະ​ປະຈຳ, ຄະນະ​ກຳມະການພັກ​ທຸກ​​ຂັ້ນ ຍົກ​ສູງ​ຄວາມ​ສາມາດ, ປະສິດທິ​ຜົນການ​ນຳ​ພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​​ແນວ​ຄິດ, ທິດ​ສະ​ດີ, ​ໂຄສະນາ, ສື່​ມວນ​ຊົນ....

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ຕີ​ລາ​ຄາ​ສູງ​ການ​ປະກອບສ່ວນ​ຂອງ​ຂະ​ແໜງ​ໂຄສະນາ​ສຶກສາ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ປະຕິບັດ​ບັນດາ​ໜ້າ​ທີ່​ການ​ເມືອງ​ຂອງ​ປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ເອົາ​ໃຈ​ໃສ່​ວ່າ ​ໃນ​ປີ 2013, ຂະ​ແໜງໂຄສະນາ​ສຶກສາ ຕ້ອງ​ກຳ​ແໜ້ນ ​ແລະ ກຳນົດ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ປະກອບສ່ວນ​ປະຕິບັດ​ບັນດາໜ້າ​ທີ່​ເສດຖະກິດ, ສັງຄົມ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່ປະຊາຊົນ, ຮັກສາ​ຄວາມ​ສາມັກຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ; ຕໍ່ສູ້ຕ້ານຖ້ອຍທຳນອງທີ​ຜິດພາດ​ຂອງອິດທິ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ. ທ່ານ​ເນັ້ນ​ໜັກ​ວ່າ:

”ຂະ​ແໜງ​ໂຄສະນາ​ຕ້ອງ​ອີງ​ໃສ່​ໜ້າ​ທີ່​ການ​ເມືອງ, ກຳ​ໄດ້​ແນວ​ຄິດ​ຂອງ​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ​ທຸກ​ຊັ້ນ​ວັນນະ . ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຢ່າງ​ຄົບ​ຊຸດ, ດ້ວຍ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ສູງ​ກວ່າ, ​ແລະ ດ້ວຍ​ຫຼາຍ​ຮູບ​ການ​, ​ແບບ​ວິທີ​ໃໝ່​ທີ່​ເໝາະ​ສົມ. ຕ້ອງ​ປ່ຽນ​ໃໝ່ວຽກ​ງານ​ແນວ​ຄິດ, ​ໂຄສະນາ​ ​ເປັນ​ປະຈຳ ​ໂດຍ​ຜ່ານ​ຫຼາຍ​ຮູບ​ການ​ສື່​ສານ​. ພິ​ເສດ​ແມ່ນ​ຖື​ເປັນ​ສຳຄັນ​ວຽກ​ງານ​ສຶກສາທິດ​ສະ​ດີກາ​ນ​ເມືອງ, ວຽກ​ງານ​ໂຄສະນາ​​ແບບ​ປາກ​ຕໍ່ປາກ, ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ, ນຳ​​ໃຊ້​ຜູ້​ຊ່ຽວຊານ, ບັນດາ​ນັກວິທະຍາສາດ. ຕ້ອງ​ຕໍ່ສູ້​​ເພື່ອ​ຄັດຄ້ານ​ບັນດາ​ຂ່າວ​ທີ່​ຜິດ​ພາດ, ຂ່າວ​ບໍ່​ດີ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​”

ຂ່າວ/ບົດ​ອື່ນ