ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ເຮັດວຽກຢູ່ແຂວງບັກນິງ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ເຮັດວຽກຢູ່ແຂວງບັກນິງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
(ພາບປະກອບ
)

(vovworld) – ວັນ​ທີ 22/8, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​​ໄດ້​ໄປ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່​ແຂວງ​ບັກ​ນິງ, ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍ້ອງຍໍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ບັກ​ນິງ ​ໃນ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ການ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ… ດັ່ງ​ນັ້ນ​ປະຈຸ​ບັນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​​ໃນ​ແຂວງ​ຈຶ່ງ​ບັນລຸ 3600 ​ໂດ​ລາ​ສະຫະລັດ, ສູງ​ທົບ​ສອງ​ເທົ່າ ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍລວມ​ໃນ​ທົ່ວ​ປະ​ເທດ. ທ່ານ​ເລຂາທິການ ຫງວຽນ​ຟູ໋ຈ້ອງ ຖື​ວ່າ​ນີ້​ແມ່ນ​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ທີ່​ໜ້າ​ຊື່ນ​ຊົມ. ​ແຕ່​ທ່ານ​ຍັງ​ໃສ່​ໃຈທາງ​ແຂວງ​ວ່າ:

“ການຫັນ​ເປັນອຸດສາຫະກຳ ​ໄປ​ຄຽງ​ຄູ່​ກັບ​ການ​ຫັນ​ເປັນ​ຕົວ​ເມືອງ​​ສີວິ​ໄລ ​ແລະ ທັນ​ສະ​ໄໝ ​ແຕ່​ຕ້ອງ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ທ້ອງ​ຖີ່​ນ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງ, ກໍ່​ຄື​ຜົນ​ສະທ້ອນ​ຈາກ​ອຸດສາຫະກຳ​ເຖິງ​ກະ​ສີ​ກຳ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່, ບັກ​ນິງຕ້ອງ​ຕິດ​ພັນ​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ. ພ້ອມ​ກັບ​ການ​ພັດທະນາ​ອຸດສາຫະກຳ​ແມ່ນ​ຕ້ອງ​ພັດທະນາ​ກະ​ສີ​ກຳ ດ້ວຍ​ລະດັບ​ສູງ, ຄຸນ​ນະພາ​ບສູງ“.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ພວກ​ຫຼານ ​ແລະ ຄູ​ສອນ​ໃນ​ໂຮງຮຽນ​ອະນຸບານ ​ເຟືອງ​ແອ​ງ, ນະ​ຄອນ ບັກ​ນິງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບ​ແບບ​ສຶກສາ​ອະນຸບານ​ຄຸນ​ນະພາ​ບສູງ​ຕາມ​ທິດ​ຫັນ​ເປັນ​ສັງຄົມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ລົງ​ຢ້ຽມ​ຢາມ​ບໍລິສັດ, ກຸ່ມ​ບໍລິສັດ​ເສດຖະກິດ​ບາງ​ແຫ່ງ​ໃນ​ບໍລິ​ເວນ​ແຂວງ ບັກ​ນິງ.


ຂ່າວ/ບົດ​ອື່ນ