ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງຟຸອຽນ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງຟຸອຽນ - ảnh 1
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ
ເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງ ຟຸອຽນ)

(vovworld) – ຕອນ​ບ່າຍ​ວັນ​ທີ 03/05, ​ເມື່ອ​ເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ ຟຸອຽນ, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ: ຟຸອຽນ ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ​ຢູ່​ເຂດ​ແຄມ​ທະ​ເລທາງ​ທິດ​ໃຕ້​ພາກ​ກາງ, ຊາວ ຟຸອຽນ ມີ​ມູນ​ເຊື້ອ​ຮັກ​ຊາດ​ປະຕິວັດ, ພວມ​ຕັດສິນ​ໃຈ​ປ່ຽນ​ໃໝ່​ກ້າວ​ຂຶ້ນ ​ແລະ ໝັ້ນ​ໝາຍ​ສືບ​ຕໍ່​ພັດທະນາ. ທ່ານ​ເລຂາທິການ​ໃຫຍ່ ຊົມ​ເຊີຍ​ອົງຄະ​ນະ​ພັກ​ແຂວງ ຟຸອຽນ ​ຕັ້ງໜ້າ​ຮ່ຳຮຽນ, ຊາບ​ຊຶມ, ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸ​ມໃຫຍ່ຄັ້ງ​ທີ 12 ຂອງ​ພັກ. ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິ​ກສະພາ​ປະຊາ​ຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ໃນ​ບໍລິ​ເວນ​ແຂວງ ຕ້ອງ​ຮັບປະກັນຢ່າງ​ແໜ້ນ​ແຟ້ນ, ຖື​ກຕາມ​ຂັ້ນ​ຕອນ ​ແລະ ຂໍ້​ກຳນົດ. ທ່ານ​ເລຂາທິການ​ໃຫຍ່ ປາດ​ຖະໜາ​ວ່າ: ອົງຄະ​ນະ​ພັກ, ປະຊາຊົນ​ໃນ​ແຂວງ ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ແຮງທາງ​ດ້ານ​ວັດຖຸ ​ແລະ ຈິດໃຈ, ບືນ​ຕົວ​ຂຶ້ນກາຍ​ເປັນ​ແຂວງທີ່​ກ້າວໜ້າ​ໃນ​ຂົງ​ເຂດ.ທ່ານ​ເລຂາທິການ​ໃຫຍ່ ຊົມ​ເຊີຍ, ​ເຄົາລົບບັນດາ​ຂໍ້​ສະ​ເໜີອັນ​ຊອບ​ທຳ​ຂອງ​ແຂວງ ຟຸອຽນ, ທີ່​ກ່ຽວຂ້ອງ​ເຖິງ​ກົນ​ໄກ​ໜູນ​ຊ່ວຍ​ດຶງ​ດູດ​ການ​ລົງທຶນ, ໜູນ​ຊ່ວຍແຫຼ່ງກຳລັງ​ ເພື່ອ​ໃຫ້ ຟຸອຽນ ສາມາດ​ກໍ່ສ້າງ, ຜັນ​ຂະຫຍາຍ​​ໂຄງການ​ຈຸດ​ສຸມ​ບາງ​ແຫ່ງ​ໂດຍ​ໄວ, ສ້າງກຳລັງ​ໜູນ​ໃຫ້ການ​ພັດທະນາ​ເສດຖະກິດ - ສັງຄົມ, ປັບປຸງ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນຄວາມ​ສະຫງົບ​ໃນ​ບໍລິ​ເວນ​ແຂວງ​ເວົ້າ​ສະ​ເພາະ, ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ​ເວົ້າລວມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ​ເນັ້ນ​ໜັກ​ວ່າ:

        “ ຟຸອຽນ ພວມ​ມີຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ​ກ່ວາ​ອີກ. ອັນ​ນັ້ນ​ແມ່ນ​ຄວນຊອບ​ທຳ. ຢາກ​ຄື​ແນວ​ນັ້ນ ຕ້ອງ​ໄຈ​້ແຍກຕີ​ລາຄາ​ສະພາບ​ການ ຟຸອຽນ ​ແບບພາວະ​ວິ​ໄສ, ອັນ​ໃດ​ເຮັດ​​ໄດ້, ອັນ​ໃດ​ຍັງ​ບໍ່​ທັນ​ເຮັດ​​ໄດ້, ຮັບ​ຮູ້​ຄວາມ​ຈິງ, ​ເພື່ອ​ໃຫ້​ພວກ​ເຮົາ​ກຳນົດ​ຕັດສິນ​ໃຈ, ປະຈຸ​ບັນ​ພວມ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຈັດ​ວາງ​ປີ 2016​ແມ່ນ​ປີວິ​ສາ​ຫະກິດ”

ຂ່າວ/ບົດ​ອື່ນ