ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງໃຫ້ການຕ້ອນຮັບເອກອັກຄະລັດຖະທູດຝະລັ່ງ

(VOVWORLD) -    ຕອນບ່າຍວັນທີ 12 ກຸມພາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຝະລັ່ງປະຈຳຫວຽດນາມ Bertrand Lortholary ເຂົ້າຢ້ຽມຄຳນັບ
ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງໃຫ້ການຕ້ອນຮັບເອກອັກຄະລັດຖະທູດຝະລັ່ງ - ảnh 1ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຕ້ອນຮັບເອກອັກຄະລັດຖະທູດຝະລັ່ງ 

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ໄດ້ຢືນຢັນວ່າ ຫວຽດນາມຖືເປັນສຳຄັນທີ່ຕັ້ງບົດບາດຂອງຝະລັ່ງຢູ່ເອີລົບ, ອາຊີ ແລະ ທົ່ວໂລກ, ສະແດງຄວາມຫວັງຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບຝະລັ່ງໃນໄລຍະທີ່ຈະມາເຖິງ. ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງເນັ້ນໜັກວ່າ ປີ 2018 ແມ່ນປີສະເຫຼີມສະຫຼອງ 45 ປີແຫ່ງວັນ 2 ປະເທດສ້າງຕັ້ງສາຍພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ, ດັ່ງນັ້ນ 2 ຝ່າຍຈົ່ງຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາຂະແໜງການຂັ້ນຕ່າງໆ , ນຳການພົວພັນ 2 ຝ່າຍໃຫ້ບັນລຸບາດກ້າວພັດທະນາໃໝ່.

    ສ່ວນທ່ານເອກອັກຄະລັດຖະທູດຝະລັ່ງປະຈຳຫວຽດນາມ Bertrand Lortholary ກໍສະແດງສະແດງຄວາມຫວັງ ຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບຫວຽດນາມໃນໄລຍະທີ່ຈະມາເຖິງ, ພ້ອມທັງຍູ້ແຮງການພົວພັນໃນບັນຫາຍຸດທະສາດ, ການຮ່ວມມືເສດຖະກິດ, ການບິນ, ຄົ້ນຄ້ວາຈັກກະວານ, ການປ້ອງກັນຊາດ, ວັດທະນະທຳ…..

ຕອບກັບ

ຂ່າວ/ບົດ​ອື່ນ