ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມຄົນໃຫມ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ

ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມຄົນໃຫມ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ - ảnh 1
ທ່ານ Ted Osius  ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​

(vovworld)-​ ​ຕອນ​ບ່າຍ​ວັນ​ທີ 10/12, ທ່ານ Ted Osius  ໄດ້​ປະ​ຕິ​ບັດ​ພິ​ທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງກວ່າ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ John Kerry, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຖື​ວ່າ: ປະ​ຈຸ​ບັນ ຫວຽດ​ນາມແມ່ນ​ຫນຶ່ງ​ໃນ​ບັນ​ດາແບ​ບ​ຢ່າງ​​ປະ​ສົບ​ຜົນສຳ​ເລັດ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ; ການ​ພົວ​ພັນລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ພັດ​ທະ​ນາ​ອັນ​ດີ​ງາມ. ທ່ານ John Kerry ຍ້ອງ​ຍໍ​ທ່ານ Ted Osius ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຊາວ​ອາ​ເມ​ລິ​ກາ ທຳ​ອິດ ໄດ້​ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ່ຽນ​ໃຫມ່​ອັນ​ໃຫຍ່​ຫລວງ​ໃນ​ການ​ພ​ົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ແລະ ປາ​ດ​ຖະ​ຫນາ​ວ່າ ໃນ​ຖາ​ນະ​ຕຳ​ແຫນ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ທ່ານ Ted Osius ຈະ​ມີ​ການ​ປະ​ກອບ​ສ່ວນ​ຫລາຍກວ່າ​ອີກ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ອະ​ນາ​ຄົດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ Ted Osius ເວົ້າ​ວ່າ:

        “ຄວາມ​ໄຝ​່​ຝັນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ໄດ້​ປະ​ກົດ​ຜົນ​ເປັນ​ຈິງ. ຫວຽດ​ນາມ​ເປັນປະ​ເທດທີ່ ຮັ່ງ​ມີ​ເຂັ້ມ​ແຂງ, ເອ​ກະ​ລາດ, ເຄົາ​ລົບ​ອຳ​ນາດ​ນິ​ຕິ​ບັນ​ຍັດ ແລະ ສິດ​ທິ​ມະ​ນຸດ ຈະ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ອາ​ເມ​ລິ​ກາ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວ​ມ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.”

Nhat Quynh ,ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ