ນັກຊ່ຽວຊານ ລັດເຊຍ ຕີລາຄາ ຫວຽດນາມ ເປັນເຈົ້າການຊອກຫາມາດຕະການໃຫ້ແກ່ບັນດາບັນຫາພາກພື້ນ

(VOVWORLD) - ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການໃນ ອາຊຽນ ເພື່ອຊອກຫາມາດຕະການແກ້ໄຂບັນດາບັນຫາພື້ນຖານ ເຊິ່ງບັນດາປະເທດ ອາຊຽນ ພວມປະເຊີນໜ້າໃນປັດຈຸບັນ. 

ນີ້ແມ່ນການຕີລາຄາຂອງທ່ານ Vladimir Kolotov ສາດສະດາຈານ, ປະລິນຍາເອກປະຫວັດສາດ ມະຫາວິທະຍາໄລສັງລວມ Saint Petersburg ກ່ຽວກັບບົດບາດຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານມາ.

ນັກຊ່ຽວຊານ ລັດເຊຍ ຕີລາຄາ ຫວຽດນາມ ເປັນເຈົ້າການຊອກຫາມາດຕະການໃຫ້ແກ່ບັນດາບັນຫາພາກພື້ນ - ảnh 1 ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. (ພາບ: TTXVN)

  ທ່ານ ສາດສະດາຈານ Kolotov ຖືວ່າ ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ບັນລຸໄດ້ໝາກຜົນພົ້ນເດັ່ນຫລາຍຢ່າງ ໃນບັນດາຂົງເຂດ ແລະ ໜຶ່ງໃນບັນດາໝາກຜົນພົ້ນເດັ່ນທີ່ສຸດຂອງກອງປະຊຸມແມ່ນ “ການສະເໜີຍຸດທະສາດ ອາຊຽນ ຮອດປີ 2025, ຜ່ານນັ້ນ ຫວຽດນາມ ໄດ້ເນັ້ນໜັກຈິດໃຈຄວາມສາມັກຄີ ແມ່ນປັດໃຈສຳຄັນທີ່ສຸດໃນການສ້າງປະຊາຄົມ ອາຊຽນ.”

ຕາມນັກຊ່ຽວຊານ ລັດເຊຍ ແລ້ວ, ບັນຫາສຳຄັນທີ່ສຸດ ແມ່ນຮັກສາຄວາມໝັ້ນຄົງພາກພື້ນ ເພື່ອຮັບປະກັນການພັດທະນາແບບຍືນຍົງ. ຫຼັກໝັ້ນຂອງ ຫວຽດນາມ ແມ່ນຍາມໃດກໍ່ເນັ້ນໜັກວ່າ ບັນຫາທະເລຕາເວັນອອກ ພຽງແຕ່ສາມາດແກ້ໄຂຕາມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ກ້າວໄປເຖິງບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ ແລະ ການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ