ນັກຊ່ຽວຊານ ອາເມລິກາ ຕຳໜິຕິຕຽນການກະທຳບີບບັງຄັບຂອງ ຈີນ ຢູ່ທະເລຕາເວັນອອກ

(VOVWORLD) - ຕໍ່ໜ້າບັນດາການຜັນແປເຄັ່ງຕຶງຢູ່ທະເລຕາເວັນອອກໃນປະຈຸບັນ, ພິເສດແມ່ນ ພາຍຫລັງ ຈີນ ຈັດສົ່ງກ່ຳປັ່ນສຳຫລວດ ໄຮຢາງ 8 ພ້ອມກັບກ່ຳປັ່ນປ້ອງກັນບາງລຳເຂົ້າເຂດເສດຖະກິດຈຳເພາະ (EEZ) ຂອງ ຫວຽດນາມ, ທ່ານ Gregory B.Poling ຜູ້ອຳນວຍການລາຍການອາຊີຕາເວັນອອກສ່ຽງໃຕ້ ແລະ ຂໍ້ລິເລີ່ມກະຈ່າງແຈ້ງໃນການເດີນເຮືອອາຊີ (AMTI) ສັງກັດສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ໃຫ້ຂໍ້ສັງເກດວ່າ

 ຈີນ ພວມຜັນຂະຫຍາຍຍຸດທະສາດຍາວນານ ແລະ ສະເໝີຕົ້ນສະເໝີປາຍ ແນໃສ່ບີບບັງຄັບໃຫ້ບັນດາປະເທດຕ້ອງປະລະບັນດາສິດຖືກຕ້ອງຕາມກົດໝາຍຢູ່ທະເລຕາເວັນອອກ. ບັນດາການກະທຳຂອງ ຈີນ ນັບມື້ນັບກາຍເປັນສິ່ງທ້າທາຍ ເມື່ອເຂົາເຈົ້າຜັນຂະຫຍາຍກ່ຳປັ່ນຢູ່ທະເລຕາເວັນອອກຫລາຍລຳກ່ວາເມື່ອທຽບໃສ່ກ່ອນນີ້. ໃນສະພາບການນັ້ນ, ນັກຊ່ຽວຊານ Poling ມີຂໍ້ສະເໜີແນະໃຫ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຕ້ອງສະແດງທັດສະນະຢ່າງຈະແຈ້ງໃນການປົກປ້ອງສິດຖືກຕ້ອງຂອງຕົນຕາມກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ