ນັກຊ່ຽວຊານລັດເຊຍ ຕີລາຄາສູງບາດກ້າວເດີນອັນຖືກຕ້ອງແລະທັນການຂອງຫວຽດນາມໃນບັນຫາທະເລຕາເວັນອອກ

(VOVWORLD) -ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສົ່ງຈົດໝາຍທາງການໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເພື່ອຄັດຄ້ານຄຳຮຽກສິດຂອງຈີນ ສຳລັບທະເລຕາເວັນອອກ ແລະ ຢັ້ງຢືນ ອະທິປະໄຕສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

“ບາດກ້າວເດີນອັນຖືກຕ້ອງ ແລະ ທັນການຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ”. ນີ້ແມ່ນຂໍ້ສັງເກດຂອງບັນດານັກຄົ້ນຄວ້າກົດໝາຍສາກົນ ກໍຄືບັນດານັກຊ່ຽວຊານກ່ຽວກັບທະເລຕາເວັນອອກ, ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳສະຫະພັນລັດເຊຍ ກ່ຽວກັບເລື່ອງຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສົ່ງຈົດໝາຍທາງການໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເພື່ອຄັດຄ້ານຄຳຮຽກສິດຂອງຈີນ ສຳລັບທະເລຕາເວັນອອກ ແລະ ຢັ້ງຢືນ ອະທິປະໄຕສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

ທ່ານສາດສະດາຈານ Vladimir Kolotov ສັງກັດມະຫາວິທະຍາໄລສັງລວມ Saint Petersburg ເນັ້ນໜັກວ່າ, “ບາດກ້າວເດີນອັນຖືກຕ້ອງ ແລະ ທັນການຂອງຫວຽດນາມ” ແມ່ນສິ່ງພິສູດໃຫ້ເຫັນວ່າ ຫວຽດນາມ “ແມ່ນປະເທດສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງຕົນ ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ເຄົາລົບບັນດາບັນທັດຖານຂອງກົດໝາຍສາກົນ”.

ສ່ວນນັກຊ່ຽວຊານກ່ຽວກັບບັນດາບັນຫາຄວາມໝັ້ນຄົງສາກົນ Grigory Trofimchuk ຖືວ່າ, ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນບັນຫາໃນການພົວພັນລະຫວ່າງຫວຽດນາມ - ຈີນ, ແມ່ນບັນຫາຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ, ຫາກຍັງແມ່ນບັນຫາສຳຄັນສຳລັບສະຫະປະຊາຊາດອີກດ້ວຍ. ທ່ານກໍ່ຢືນຢັນວ່າ, ເລື່ອງສົ່ງຈົດໝາຍທາງການໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເພື່ອຄັດຄ້ານບັນດາຄຳຮຽກສິດຂອງຈີນ ສຳລັບທະເລຕາເວັນອອກ ແລະ ການຢັ້ງຢືນ ອະທິປະໄຕສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ແມ່ນບາດກ້າວເດີນອັນຖືກຕ້ອງຂອງຫວຽດນາມ.

ບັນຫາທະເລຕາເວັນອອກນອນໃນຂົງເຂດຮັບຜິດຊອບໂດຍກົງຂອງອາຊຽນ, ສະນັ້ນ, ອົງການຈັດຕັ້ງນີ້ຄວນແມ່ນຫົວໜ່ວຍທຳອິດທີ່ປະຕິບັດຄວາມມານະພະຍາຍາມສ້າງສະພາບການໃຫ້ມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ