ນັກ​ຊ່ຽວ​ຊານ​ສາ​ກົນ: ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ​ປະ​ສົບ​ຜົນ​ສຳ​ເລັດ​ຍ້ອນ​ປະ​ຊາ​ຊົນ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ໂດ​ຍ​ໄວ​ແລະ ຊັດ​ເຈນ

(VOVWORLD) -ເວັບໄຊ nzherald.co.nz  ຂອງນິວຊີແລນໄດ້ມີບົດຂຽນເຕື້ອງເຖິງບັນດາປັດໄຈ ທີ່ຊ່ວຍໃຫ້ຫວຽດນາມບັນລຸໄດ້ໝາກຜົນປະທັບໃຈໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19ແມ່ນ ໃນໄລຍະເວລາກ່ວາ 1 ເດືອນທີ່ຜ່ານມາ, ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນວົງຄະນະຍາດຕື່ມອີກ.
ນັກ​ຊ່ຽວ​ຊານ​ສາ​ກົນ: ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ​ປະ​ສົບ​ຜົນ​ສຳ​ເລັດ​ຍ້ອນ​ປະ​ຊາ​ຊົນ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ໂດ​ຍ​ໄວ​ແລະ ຊັດ​ເຈນ - ảnh 1ພາບປະກອບ: TTXVN 

ຕາມການຕີລາຄາຂອງນັກຊ່ຽວຊານສະຖາບັນນະໂຍບາຍຍຸດທະສາດອົດສະຕາລີແລ້ວ, ຫວຽດນາມປະສົບຜົນສຳເລັດຍ້ອນວ່າມີບັນດາປັດໄຈສັງລວມຄື: ລັດຖະບານປະຕິບັດວຽກງານໂຄສະນາເຜີຍແຜ່ໂດຍໄວ ແລະ ຈະແຈ້ງ, ລັດຖະບານໄດ້ກ່າວເຕືອນປະຊາຊົນໂດຍກົງກ່ຽວກັບຄວາມອັນຕະລາຍຂອງເຊື້ອໄວຣັດ Covid – 19 ແລະ ການຂາດເຂີນບັນດາແຫຼ່ງກຳລັງສາທາລະນະສຸກທີ່ມີຂອບຂະໜາດໃຫຍ່ ຖ້າຫາກວ່າ ເກີດໂລກລະບາດໃນວົງກ້ວາງ. ອີກປັດໄຈໜຶ່ງ ກໍ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງຫວຽດນາມແມ່ນ ວຽກງານວິໄຈໂດຍໄວ ແລະ ມີຂອບຂະໜາດໃຫຍ່. ທ່ານ Matthew Moore ໃຫ້ຮູ້ວ່າ ປະຊາຊົນ ຫວຽດນາມມີຄວາມໄວ້ເນື້ອເຊື່ອໃຈຢ່າງຍິ່ງຕໍ່ລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ