ນັກຊ່ຽວຊານຫລາຍຄົນຢັ້ງຢືນຄວາມສຳຄັນຂອງການເຄົາລົບກົດໝາຍສາກົນກ່ຽວກັບທະເລຕາເວັນອອກ

(VOVWORLD) - ໃນຈຳນວນບັນດາບັນຫາທະເລຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ບັນດາການຂັດແຍ້ງຢູ່ທະເລຕາເວັນອອກໄດ້ນາບຂູ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຢ່າງຮ້າຍແຮງທີ່ສຸດ. 

ວັນທີ 24 ຕຸລາ, ສະຖາບັນຄົ້ນຄ້ວາມະຫາສະໝຸດປະເທດ ມາເລເຊຍ ໄດ້ສົມທົບກັບສະຖານທູດ ຍີ່ປຸ່ນ ແລະ ຂ້າຫລວງໃຫຍ່ ອົດສະຕາລີ ປະຈຳ ກົວລາລຳເປີ ຈັດຕັ້ງກອງປະຊຸມສາກົນກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ດ້ວຍຫົວຂໍ້ວ່າ “ສະຖານະການດ້ານພູມສາດການເມືອງມະຫາສະໝຸດໃໝ່” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານຫລາຍຄົນທີ່ມາຈາກ ຫວຽດນາມ, ຍີ່ປຸ່ນ, ອົດສະຕາລີ, ອາເມລິກາ, ສິງກະໂປ, ຟີລິບປີນ, ອິນໂດເນເຊຍ, ມາເລເຊຍ…ທີ່ກອງປະຊຸມ, ຜູ້ແທນມາຈາກຫລາຍປະເທດໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປສັບສົນໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ, ຢັ້ງຢືນຄືນໃໝ່ເຖິງຄວາມສຳຄັນຂອງທະເລຕາເວັນອອກ ກໍ່ຄືການເຄົາລົບກົດໝາຍສາກົນໃນການແກ້ໄຂບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ.

ນັກຊ່ຽວຊານຫລາຍຄົນຢັ້ງຢືນຄວາມສຳຄັນຂອງການເຄົາລົບກົດໝາຍສາກົນກ່ຽວກັບທະເລຕາເວັນອອກ - ảnh 1 ກອງປະຊຸມສາກົນກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (ພາບ: TTXVN)

        ຕາມທ່ານປະລິນຍາເອກ ໂຕແອັງຕ໊ວນ, ຮອງຫົວໜ້າສະຖາບັນທະເລຕາເວັນອອກ ສັງກັດສະຖາບັນການຕ່າງປະເທດຂອງ ຫວຽດນາມ ໃຫ້ຮູ້ວ່າ: ໃນຈຳນວນບັນດາບັນຫາທະເລຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ບັນດາການຂັດແຍ້ງຢູ່ທະເລຕາເວັນອອກໄດ້ນາບຂູ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຢ່າງຮ້າຍແຮງທີ່ສຸດ. ສາຍເຫດກ່ອນອື່ນໝົດແມ່ນຍ້ອນ ຈີນ ເປັນສະມາຊິກຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ແຕ່ພັດປະຕິເສດການເຄົາລົບ, ປະຕິບັດພັນທະດ້ານນິຕິທຳຕາມ UNCLOS, ທ້າທາຍຄຸນຄ່າຂອງ UNCLOS. ນອກນັ້ນ ຄວາມໝັ້ນຄົງຂອງທະເລຕາເວັນອອກ ໄດ້ສົ່ງຜົນສະທ້ອນຕໍ່ຄວາມໝັ້ນຄົງຂອງມະຫາສະໝຸດອິນເດຍ ແລະ ປາຊີຟິກອີກດ້ວຍ.

        ທ່ານ ໂຕແອັງຕ໊ວນ ເນັ້ນໜັກວ່າ ເພື່ອແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຕ້ອງນຳໃຊ້ມາດຕະການສັນຕິພາບຕາມກົດໝາຍສາກົນ, ໃນນັ້ນ ມີ UNCLOS ແລະ ຕ້ອງ ມີການຄິດໄລ່ເຖິງຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ກ່ຽວຂ້ອງ.

 

ຕອບກັບ

ຂ່າວ/ບົດ​ອື່ນ