ນັກ​ຊ່ຽວ​ຊານ​ອົດ​ສະ​ຕາ​ລີ: ຈີນ​ສ້າງ​ຕັ້ງ​ອັນ​ທີ່​​ເອ​ີ້ນ​ວ່າ ເມືອງ ຊີ​ຊາ ແລະ ໜານ​ຊາ ແມ່ນ​ຜິດ​ກົດ​ໝາຍ​ສາ​ກົນ

(VOVWORLD) -ທ່ານ Carl Thayer ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການກະທຳຂອງ ຈີນແມ່ນການກະທຳເກາະຜິດ ຍ້ອນວ່າ ມັນໄປຝືນກັບເນື້ອໃນຈິດໃຈ ຂອງຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂຄວາມຂັດແຍ່ງກັນຢູ່ທະເລລະຫວ່ງ ຫວຽດນາມ ແລະ ຈີນ ເຊິ່ງບັນລຸໄດ້ໃນເດືອນຕຸລາ ປີ 2011, ກໍ່ຄືກໍ່ຜົນສະທ້ອນອັນຮ້າຍແຮງເຖິງອະທິປະໄຕ ແລະ ສິດອຳນາດສານ ຂອງ ຫວຽດນາມ.

ນັກ​ຊ່ຽວ​ຊານ​ອົດ​ສະ​ຕາ​ລີ: ຈີນ​ສ້າງ​ຕັ້ງ​ອັນ​ທີ່​​ເອ​ີ້ນ​ວ່າ ເມືອງ ຊີ​ຊາ ແລະ ໜານ​ຊາ ແມ່ນ​ຜິດ​ກົດ​ໝາຍ​ສາ​ກົນ - ảnh 1ທ່ານສາດສະດາຈານ Carl Thayer ມະຫາວິທະຍາໄລ New South Wales ປະເທດອົດສະຕາລີ

(ພາບ: TTXVN) 

ຕາມທ່ານສາດສະດາຈານ Carl Thayer ມະຫາວິທະຍາໄລ New South Wales ປະເທດອົດສະຕາລີ ໃນວັນທີ 19 ເມສາ ໄດ້ຢັ້ງຢືນວ່າ ເລື່ອງ ຈີນປະກາດ ສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງ ຊີຊາ (ທີ່ຈິງແມ່ນໝູ່ເກາະເຈືອງຊາ ຂອງ ຫວຽດນາມ) ແລະ ເມືອງ ໜານຊາ (ທີ່ຈິງແມ່ນໝູ່ເກາະເຈືອງຊາ ຂອງ ຫວຽດນາມ) ຢູ່ນະຄອນ ຕາມຊາ ແມ່ນການກະທຳເກາະຜິດ, ຝືນກັບກົດໝາຍສາກົນ, ລະເມີດຖະແຫຼງການປີ 2002 ກ່ຽວກັບວິທີການປະພຶດຢູ່ ທະເລຕາເວັນອອກ (DOC) ແລະ ເຮັດໃຫ້ບັນດາການເຈລະຈາລະຫວ່າງ ຈີນ ກັບບັນດາປະເທດສະມາຊິກ ອາຊຽນ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ເຊິ່ງມີລັກສະນະຜູກມັດດ້ານນິຕິກຳອ່ອນລົງ.

ທ່ານ Carl Thayer ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການກະທຳຂອງ ຈີນແມ່ນການກະທຳເກາະຜິດ ຍ້ອນວ່າ ມັນໄປຝືນກັບເນື້ອໃນຈິດໃຈ ຂອງຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂຄວາມຂັດແຍ່ງກັນຢູ່ທະເລລະຫວ່ງ ຫວຽດນາມ ແລະ ຈີນ ເຊິ່ງບັນລຸໄດ້ໃນເດືອນຕຸລາ ປີ 2011, ກໍ່ຄືກໍ່ຜົນສະທ້ອນອັນຮ້າຍແຮງເຖິງອະທິປະໄຕ ແລະ ສິດອຳນາດສານ ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ