ນັກຊ່ຽວຊານອົດສະຕາລີ: ບັນດາປະເທດຄວນຄັດຄ້ານບັນດາການເຄື່ອນໄຫວລະເມີດ UNCLOS 1982

(VOVWORLD) -   ຕາມທ່ານປະລິນຍາເອກ Bec Strating ແລ້ວ, ທະເລຕາເວັນອອກແມ່ນເສັ້ນທາງການຄ້າສຳຄັນສຳລັບຫລາຍປະເທດ. ສະນັ້ນ, ໃນທຸກກໍລະນີ, ບັນດາປະເທດທັງໝົດຕ້ອງສະໜັບສະໜູນ ແລະ ຮັກສາບັນດາຫຼັກການເສລີດ້ານການຄ້າ ແລະ ການເດີນເຮືອ.
ນັກຊ່ຽວຊານອົດສະຕາລີ: ບັນດາປະເທດຄວນຄັດຄ້ານບັນດາການເຄື່ອນໄຫວລະເມີດ UNCLOS 1982 - ảnh 1 (ພາບປະກອບ)

ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ມີຄວາມໝາຍສຳຄັນພິເສດສຳລັບບັນດາປະເທດແຄມທະເລໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້  ຍ້ອນວ່າ UNCLOS ສະໜອງຂອບເຂດນິຕິກຳໃຫ້ແກ່ບັນດາປະເທດນີ້ ບັນດາສິດກ່ຽວກັບການຂຸດຄົ້ນສິນໃນນ້ຳທະເລ ແລະ ຊັບພະຍາກອນພະລັງງານ ກໍ່ຄືບັນດາສິດອື່ນໆ. ສະນັ້ນ, ບັນດາປະເທດລ້ວນແຕ່ຕ້ອງເຄົາລົບ UNCLOS ແລະ ຄັດຄ້ານບັນດາການເຄື່ອນໄຫວລະເມີດສົນທິສັນຍາສະບັບນີ້. ນີ້ແມ່ນຄຳຢືນຢັນຂອງທ່ານປະລິນຍາເອກ Bec Strating ຄູສອນຂັ້ນສູງກ່ຽວກັບດ້ານການເມືອງ ແລະ ການພົວພັນສາກົນ ສັງກັດຂະແໜງວິຊາການເມືອງ ແລະ ປັດຊະຍາ - ມະຫາວິທະຍາໄລ La Trobe (ອົດສະຕາລີ) ກ່ຽວກັບເລື່ອງ ຈີນ ຫວ່າງແລ້ວນີ້ ໄດ້ຈັດສົ່ງກ່ຳປັ່ນສຳຫລວດທໍລະນີ ໄຮຢາງ 8 ເຂົ້າເຂດບາຍ ຕືຈີ໊ງ ທີ່ນອນໃນເຂດເສດຖະກິດພິເສດ (EEZ) ຂອງ ຫວຽດນາມ ເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນ.

        ຕາມທ່ານປະລິນຍາເອກ Bec Strating ແລ້ວ, ທະເລຕາເວັນອອກແມ່ນເສັ້ນທາງການຄ້າສຳຄັນສຳລັບຫລາຍປະເທດ. ສະນັ້ນ, ໃນທຸກກໍລະນີ, ບັນດາປະເທດທັງໝົດຕ້ອງສະໜັບສະໜູນ ແລະ ຮັກສາບັນດາຫຼັກການເສລີດ້ານການຄ້າ ແລະ ການເດີນເຮືອ.

ຕອບກັບ

ຂ່າວ/ບົດ​ອື່ນ