ນັກທຸລະກິດ, ວິສາຫະກິດຕ້ອງເປັນເຈົ້າການປ່ຽນແປງຍຸດທະສາດ, ປ່ຽນແປງໃໝ່ຮູບແບບດຳເນີນທຸລະກິດ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ນັກທຸລະກິດ, ວິສາຫະກິດຕ້ອງເປັນເຈົ້າການຮັບມື ປ່ຽນແປງຍຸດທະສາດ, ປ່ຽນແປງໃໝ່ຮູບແບບດຳເນີນທຸລະກິດ, ປ່ຽນແປງແປງໃໝ່ເຕັກໂນໂລຊີ
ນັກທຸລະກິດ, ວິສາຫະກິດຕ້ອງເປັນເຈົ້າການປ່ຽນແປງຍຸດທະສາດ, ປ່ຽນແປງໃໝ່ຮູບແບບດຳເນີນທຸລະກິດ - ảnh 1ທີ່ການພົບປະ
(ພາບ: TTXVN)

ເນື່ອງໃນໂອກາດວັນນັກທຸລະກິດຫວຽດນາມ (13 ຕຸລາ), ຕອນແລງວັນທີ 12 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບຕ່າງໜ້າການນຳບັນດາວິສາຫະກິດດີເດັ່ນທີ່ມາເຂົ້າຮ່ວມເວທີປາໄສບັນດາການນຳວິສາຫະກິດຫວຽດນາມ ແລະ ຍ້ອງຍໍເຊີດຊູບັນດາເຄື່ອງໝາຍການຄ້າທີ່ເຂັ້ມແຂງ.

        ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ນັກທຸລະກິດ, ວິສາຫະກິດຕ້ອງເປັນເຈົ້າການຮັບມື ປ່ຽນແປງຍຸດທະສາດ, ປ່ຽນແປງໃໝ່ຮູບແບບດຳເນີນທຸລະກິດ, ປ່ຽນແປງໃໝ່ເຕັກໂນໂລຊີ ແລະ ຕ້ອງມີມາດຕະການແກ້ໄຂພື້ນຖານເພື່ອຮັບປະກັນຄວາມປອດໄພກ່ຽວກັບແຫຼ່ງກຳລັງແຮງງານ. ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫ້ວ ຢືນຢັນວ່າ, ໂລກລະບາດໄດ້ນຳມາເຊິ່ງສິ່ງທ້າທາຍຫຼາຍຢ່າງ, ແຕ່ກໍ່ມີທັງກາລະໂອກາດໃໝ່ໃຫ້ແກ່ການພັດທະນາ. ສະພາແຫ່ງຊາດຍາມໃດກໍ່ຈະຮ່ວມເດີນທາງພ້ອມກັບວິສາຫະກິດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ໃຫ້ຮູ້ວ່າ:

        “ຄະນະປະຈຳສະພາແຫ່ງຊາດຮຽກຮ້ອງໃຫ້ນັກທຸລະກິດ, ວິສາຫະກິດ ຈົ່ງຕັ້ງໜ້າກວ່າອີກ ເພື່ອຍົກສູງລະດັບຄວາມຮູ້ຢ່າງຮອບດ້ານ, ກ້າຄິດກ້າທຳ, ກ້າປ່ຽນແປງໃໝ່ເພື່ອປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນ, ກຳລັງແກ່ງແຍ້ງ. ດ້ວຍຈິດໃຈ ແລະ ຄວາມຕັດສິນໃຈຍູ້ໂລກລະບາດໃຫ້ຖອຍໄປຂອງມະນຸດ, ນັກທຸລະກິດ, ວິສາຫະກິດຫວຽດນາມ, ຂ້າພະເຈົ້າເຊື່ອໝັ້ນວ່າ ຈະປະກາດມີວິທີການເຮັດແບບໃໝ່, ມານະພະຍາຍາມຫຼາຍກວ່າ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງເອົາກາລະໂອກາດເພື່ອຜ່ານຜ່າ ແລະ ຍາດໄດ້ໄຊຊະນະ”.

ຕອບກັບ

ຂ່າວ/ບົດ​ອື່ນ