ນັກວິທະຍາສາດນິວເຄຼຍແຖວໜ້າຂອງອີຣານ ຖືກລອບສັງຫານ

(VOVWORLD) -ເຫດລອບສັງຫານໄດ້ເກີດຂຶ້ນຢູ່ນະຄອນ Absard ຂຶ້ນກັບເຂດ Damavand ຢູ່ທາງທິດຕາເວັນອອກ

ວັນທີ 27 ພະຈິກ, ສື່ມວນຊົນອີຣານ ໃຫ້ຂ່າວວ່າ, ທ່ານ Mohsen Fakhrizadeh, ນັກວິທະຍາສາດແຖວໜ້າຂອງອີຣານ ໄດ້ເສຍຊີວິດຢູ່ໂຮງໝໍຍ້ອນໄດ້ຮັບບາດເຈັບໜັກໃນເຫດບຸກໂຈມຕີປະກອບອາວຸດ. ກະຊວງປ້ອງກັນປະເທດອີຣານ ໄດ້ຢັ້ງຢືນວ່າ, ທ່ານ Mohsen Fakhrizadeh ຖືກລອບສັງຫານ. ບັນດາສຳນັກຂ່າວສານຄື: Tasnim ແລະ Fars ໃຫ້ຮູ້ວ່າ, ເຫດລອບສັງຫານໄດ້ເກີດຂຶ້ນຢູ່ນະຄອນ Absard ຂຶ້ນກັບເຂດ Damavand ຢູ່ທາງທິດຕາເວັນອອກ, ເມື່ອມີມືປືນກຸ່ມໜຶ່ງໄດ້ວາງລະເບີດໃສ່ລົດໂອໂຕ, ກ່ອນທີ່ຍິງປືນໃສ່ລົດທີ່ນັກວິທະຍາສາດ Fakhrizadeh ນັ່ງໄປ. ປະຈຸບັນຍັງບໍ່ທັນກຳນົດໄດ້ລາຍລະອຽດຂອງກຸ່ມມືປືນນີ້.

        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກະຕຸກຊຸກຍູ້ໃຫ້ພາກັນລະງັບ ແລະ ຫຼີກລ້ຽງການກະທຳທີ່ຈະພາໃຫ້ເກີດຄວາມເຄັ່ງຕຶງປີນຂັ້ນໄດຢູ່ພາກພື້ນ. ໃນຂະນະນັ້ນ, ທ່ານອະດີດຫົວໜ້າອົງການສືບລາຊະການລັບສູນກາງອາເມລິກາ (CIA) John Brennan ຖືວ່າ, ເຫດລອບສັງຫານນັກວິທະຍາສາດທ່ານນີ້ແມ່ນການກະທຳ “ກໍ່ໂທດກຳ” ແລະ ຮຽກຮ້ອງໃຫ້ອີຣານ “ຈົ່ງລະງັບ” ບັນດາການກະທຳໂຕ້ຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ