ນັກສຶກສາລາວຕ້ອນຮັບບຸນປີໃໝ່ຢູ່ກຸງເກົ່າເຫວ້ຢ່າງເບີກບານມ່ວນຊື່ນ

(VOVWORLD) -ຕອນຄ່ຳວັນທີ10ເມສາ, ວິທະຍາໄລເທື່ອທຽນເຫວ້ ສົມທົບກັບມະຫາວິທະຍາໄລເຫວ້,ສະມາຄົມມິດຕະພາບຫວຽດນາມ-ລາວຕ້ອນຮັບບຸນປີໃໝ່  ພ.ສ 2564
ນັກສຶກສາລາວຕ້ອນຮັບບຸນປີໃໝ່ຢູ່ກຸງເກົ່າເຫວ້ຢ່າງເບີກບານມ່ວນຊື່ນ - ảnh 1ນັກສຶກສາລາວຕ້ອນຮັບບຸນປີໃໝ່ຢູ່ເຫວ້

    ເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່ມີ ນັກສຶກສາລາວ 400 ຄົນ ພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນແຂວງເທື່ອທຽນເຫວ້.     ທ່ານເຈິ່ນກົງຝູ ຫົວໜ້າພະແນກພົວພັນຕ່າງປະເທດແຂວງ ໃຫ້ຮູ້ວ່າ ໃນຊຸມປີທີ່ຜ່ານມາ ແຂວງເທື່ອທຽນເຫວ້ໄດ້ເພີ່ມທະວີການຮວ່ມມືຢ່າງຮອບດ້ານກັບບັນດາທ້ອງຖິ່ນພາກກາງ ແລະ ພາກໃຕ້ຂອງລາວໃນທຸກໆຂົງເຂດ , ພິເສດແມ່ນການສຶກສາແລະກໍ່ສ້າງ. ໃນແຕ່ລະປີແຂວງເທື່ອທຽນເຫວ້ໄດ້ສະໜອງທຶນສຶກສາໃຫ້ແກ່ແຂວງຕ່າງໆຂອງລາວຄື ສາລະວັນ,ເຊກອງ, ອັດຕະປື, ຈຳປາສັກ, ຄຳມ່ວນ ແລະ ສະຫວັນນະເຂດ ແຂວງລະ 10 ທຶນກ່ຽວກັບການບຳລຸງສ້າງທາງດ້ານພາສາຫວຽດ ແລະ ຮຽນເຊື່ອມຕໍ່ລົງເລິກຂະແໜງຂັ້ນວິທະຍາໄລ ແລະ ມະຫາວິທະຍາໄລ. ນັບແຕ່ປີ 2002 ມາຮອດປັດຈຸບັນ ທາງແຂວງໄດ້ຕ້ອນຮັບນັກສຶກສາລາວກວ່າ 1.200 ຄົນ ມາສຶກສາຮ່ຳຮຽນ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ພາກກາງ ພາກໃຕ້ຂອງລາວ ເວົ້າສະເພາະ ແລະ ສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມຮອບດ້ານລະຫວ່າງແຂວງເທື່ອທຽນເຫວ້ກັບບັນດາທ້ອງຖິ່ນຂອງລາວເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ