ນັກຮຽນຮູ້ອິນເດຍ: ຈີນ ຄວນຢຸດຕິບັນດາການກະທຳກໍ່ຂາດຄວາມສະຖຽນລະພາບຢູ່ທະເລຕາເວັນອອກ

(VOVWORLD) -ເມື່ອໃຫ້ຂໍ້ສັງເກດກ່ຽວກັບບັນດາການເຄື່ອນໄຫວມໍ່ໆມານີ້ຂອງຈີນ ຢູ່ ທະເລຕາເວັນອອກ, ພິເສດ ພາຍຫລັງ ກຳປັ່ນ ໄຮ້ຢາງ 8 ຂອງຈີນ ລະເມີດເຂດເສດຖະກິດຈຳເພາະ ຂອງຫວຽດນາມ, ປອ Rajaram Panda ຢູ່ ສະພາຕ່ຳ ອິນເດຍ ໄດ້ກ່າວປະນາມ ຈີນ ພວມຊອກຫາວິທີນາບຂູ່ປະເທດນ້ອຍ ບັງຄັບໃຫ້ເຂົາເຈົ້າຕ້ອງປະລະບັນດາສິດອັນຖືກຕ້ອງກັບກົດໝາຍຂອງຕົນ. 

ນັ້ນແມ່ນການກະທຳບໍ່ອາດຮັບຮູ້ໄດ້ສຳລັບບໍ່ວ່າປະເທດໃດທີ່ປະຕິບັດຕາມກົດໝາຍ ແລະ ຈີນ ພວມລະເມີດກົດໝາຍສາກົນ.

ຕາມ ປອ Panda, ຫວຽດນາມ ມີສິດປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງຕົນ ຍ້ອນສິ່ງນັ້ນ ແມ່ນຖືກຕ້ອງກັບກົດໝາຍຕາມຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ຫວຽດນາມ ກໍ່ມີສິດຊອກຫາການຮ່ວມມືຂອງບໍ່ວ່າປະເທດເພື່ອນມິດໃດໃນວິວັດການຮຽກຮ້ອງກຳປັ່ນຂອງປະເທດທີ່ລະເມີດອອກຈາກບ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ