ນັກຮຽນຮູ້ອາເມລິກາ: ຈີນໄດ້ລະເມີດທັງກົດບັດສະຫະປະຊາຊາດແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982

(VOVWORLD) -ທ່ານສາດສະດາຈານ James Kraska, ເນັ້ນໜັກວ່າ, ບັນດາປະເທດຄວນມີປະຕິກິລິຍາທີ່ເຂັ້ມແຂງກວ່າອີກ ເພື່ອສະກັດກັ້ນຄວາມມັກໃຫຍ່ໄຝ່ສູງຂອງຈີນ.
ນັກຮຽນຮູ້ອາເມລິກາ: ຈີນໄດ້ລະເມີດທັງກົດບັດສະຫະປະຊາຊາດແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 - ảnh 1 (ທ່ານສາດສະດາຈານ James Kraska)

ເລື່ອງຈີນ ສ້າງຕັ້ງອັນທີເອີ້ນວ່າ “ຊີຊາ” ແລະ “ໜານຊາ”, ນຳເຮືອບິນລົງຈອດຢູ່ເຂດເກາະ ດ໊າຈື້ເທີບ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ນັ້ນ, ໄດ້ລະເມີດບັນດາມາດຕາໃນກົດບັດຂອງສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982 ຢ່າງຮ້າຍແຮງ. ນີ້ແມ່ນຂໍ້ສັງເກດຂອງທ່ານ James Kraska, ສາດສະດາຈານກົດໝາຍການເດີນທະເລສາກົນ ຢູ່ມະຫາວິທະຍາໄລການເດີນທະເລອາເມລິກາ, ທີ່ໄດ້ຍົກອອກມາໃນການຕອບສຳພາດຕໍ່ນັກຂ່າວ VOVຫວ່າງມໍ່ໆມານີ້. ທ່ານສາດສະດາຈານ James Kraska, ເນັ້ນໜັກວ່າ, ບັນດາປະເທດຄວນມີປະຕິກິລິຍາທີ່ເຂັ້ມແຂງກວ່າອີກ ເພື່ອສະກັດກັ້ນຄວາມມັກໃຫຍ່ໄຝ່ສູງຂອງຈີນ.

        ຕາມທ່ານ James Kraska ແລ້ວ, ບັນດາການກະທຳກໍ່ຄວາມຂາດສະຖຽນລະພາບໃຫ້ແກ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຂອງຈີນ ອາດຈະເຮັດໃຫ້ເພີ່ມທະວີການສ່ວງເສັງປະກອບອາວຸດລະຫວ່າງບັນດາປະເທດໃນພາກພື້ນ, ກໍຄືແກ່ດຶງການປະກົດຕົວດ້ານການທະຫານຢູ່ບັນດາປະເທດນອກພາກພື້ນ. ຈີນ ພວມສວຍໂອກາດເລື່ອງບັນດາປະເທດພວມຕ້ອງສຸມໃສ່ຕໍ່ສູ້ກັບເຊື້ອໂຄວິດ- 19 ເພື່ອຫວັງບັນລຸ “ບັນດາເປົ້າໝາຍຍຸດທະສາດ” ເຊິ່ງປະເທດນີ້ໄດ້ວາງອອກຢູ່ທະເລຕາເວັນອອກ. ນັ້ນກໍ່ແມ່ນບັນດາເຫດຜົນທີ່ບັນດາການກະທຳຜິດຂອງຈີນ ຍັງບໍ່ທັນຖືກຄັດຄ້ານຢ່າງຮຸນແຮງຈາກຫຼາຍປະເທດຄືໃນເມື່ອກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ