ນັກໂຄສະນາເກືອບ 300 ຄົນເຂົ້າຮ່ວມງານ ມະໂຫລານຢູ່ລຽບຕາມ ສາຍພູຫຼວງ

ນັກໂຄສະນາເກືອບ 300 ຄົນເຂົ້າຮ່ວມງານ ມະໂຫລານຢູ່ລຽບຕາມ ສາຍພູຫຼວງ - ảnh 1
ບິ່ງ​ເຟືອ​ກ ​​ຈັດພິທີ​ສົ່ງບັນດາ​ຄະນະ​ໂຄສະນາ​ເຄື່ອນ​ທີ່​
ເຂົ້າ​ຮ່ວມງານ​ມະ​ໂຫລານ​ໂຄສະນາ​ເຄື່ອນ​ທີ່​ທົ່ວ​ປະ​ເທດ
(ພາບ: baotintuc.vn)

(vovworld) –ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງ​ວັນ​​ເສັ້ນທາງ ​ໂຮ່ຈີ​ມິນ (19/5/1959-19/5/2014) ​ແລະ 60 ປີ ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2014). ຕອນ​ເຊົ້າ​ວັນ​ທີ 2/3, ຢູ່​ແຂວງ ບິ່ງ​ເຟືອ​ກ ​ໄດ້​ຈັດພິທີ​ສົ່ງບັນດາ​ຄະນະ​ໂຄສະນາ​ເຄື່ອນ​ທີ່​ ເຂົ້າ​ຮ່ວມງານ​ມະ​ໂຫລານ​ໂຄສະນາ​ເຄື່ອນ​ທີ່​ທົ່ວ​ປະ​ເທດ. ພາຍຫຼັງ​ພິທີ​, ນັກ​ໂຄສະນາ​ເກືອບ 300 ຄົນ​ທີ່​ມາ​ຈາກ 13 ​ແຂວງ, ນະຄອນ​​ໄດ້​ເດີນທາງໄປສະ​ແດງ​ສິລະ​ປະຢູ່​ບັນດາ​ແຂວງລຽບ​ຕາມ​ສາຍພູ​ຫຼວງ​​ແຫ່ງ​ເທບ​ນິຍາຍ. ການ​ເຄື່ອນ​ໄຫວ​ນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຮັບ​ໃຊ້​ປະຊາຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ບຳລຸງ​ແນວ​ຄິດ, ຈິດ​ໃຈ, ຄຸນ​ນະ​ທາດ​ໃຫ້​ນັກ​ສິລະ​ປະ, ນັກ​ໂຄສະນາ​ລຸ້ນຕ່າງໆ​ອີກ​ດ້ວຍ. ງານ​ມະ​ໂຫລານ​ດຳ​ເນີນ​ແຕ່​ວັນ​ທີ 1/3 ​ແລະ ຈະ​ສິນ​ສຸດ​ລົງ​ໃນ​ວັນ​ທີ 12/3/2014 ຢູ່​ແຂວງ​ດ້ຽນບຽນ

 

ຂ່າວ/ບົດ​ອື່ນ