ນິງບິ່ງດຳເນີນພິທີເປີດປະຕູວິຫານ ງານບຸນ ຮວາລື 2021

(VOVWORLD) -ພິທີເປີດປະຕູວິຫານດັ່ງກ່າວຈະດຳເນີນກ່ອນງານບຸນ ຮວາລື 2021 ເປັນເວລາ 1 ວັນ ແລະ ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 20 ເມສາ ແລະ ແກ່ຍາວຮອດວັນທີ 22 ເມສາ, ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ
ນິງບິ່ງດຳເນີນພິທີເປີດປະຕູວິຫານ ງານບຸນ ຮວາລື 2021 - ảnh 1ຜູ້ແທນເຂົ້າຮ່ວມພິທີເປີດປະຕູວິຫານ
(ພາບ: nbtv.vn)

ຕອນເຊົ້າວັນທີ 19 ເມສາ (ກົງກັບວັນທີ 08 ມີນາ ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເມືອງເກົ່າ ຮວາລື (ນິງບິ່ງ), ຄະນະຈັດຕັ້ງງານບຸນ ຮວາລື 2021 ໄດ້ຈັດພິທີເປີດປະຕູວິຫານ ຢູ່ວິຫານເຈົ້າຊີວິດ ດິງຕຽນຮ່ວາງ, ວິຫານເຈົ້າຊີວິດ ເລດ້າຍແຮ່ງ ແລະ ຖະຫວາຍທູບຖຽນຢູ່ຫໍແຜ່ນສີລາເຈົ້າຊີວິດ ລິ໊ທ໊າຍໂຕ.

        ທີ່ພິທີເປີດປະຕູວິຫານ, ບັນດາຜູ້ແທນໄດ້ອາໄລຫາ, ຕອບບຸນແທນຄຸນບັນດາບຸນຄຸນຂອງບັນພະບຸລຸດທີ່ໄດ້ອຸທິດສ່ວນທ້ອນໂຮມປະເທດຊາດ, ເປີດສັງກະລາດເອກະລາດ, ເປັນເຈົ້າຕົນເອງ, ຈະເລີນຮຸ່ງເຮືອງ ແລະ ສະງົບສຸກມາໃຫ້ຊາດ; ພ້ອມທັງສະແດງຄວາມຕັດສິນໃຈເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຮ່ວມແຮງຮ່ວມໃຈສ້າງ ນິງບິ່ງ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ສ້າງຊື່ສຽງໃຫ້ແກ່ເມືອງເກົ່າແຫ່ງອະລິຍະທຳນັບພັນປີ.

        ພິທີເປີດປະຕູວິຫານດັ່ງກ່າວຈະດຳເນີນກ່ອນງານບຸນ ຮວາລື 2021 ເປັນເວລາ 1 ວັນ ແລະ ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 20 ເມສາ ແລະ ແກ່ຍາວຮອດວັນທີ 22 ເມສາ, ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ເປັນເອກະລັກສະເພາະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງເຂດແດນດິນ ແລະ ຊາວເມືອງເກົ່າ ຮວາລື. ນີ້ກໍ່ແມ່ນໂອກາດເພື່ອໃຫ້ແຂວງ ນິງບິ່ງ ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວເຖິງເພື່ອນມິດຢູ່ພາຍໃນປະເທດ ແລະ ສາກົນ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ