ນັດຊີງຊະນະເລີດ World Cup 2018 ຝຣັ່ງ ພົບກັບ ກຣົວຊີ

(VOVWORLD) - ໃນນັດແຂ່ງຂັນບານເຕະຮອບຮອງຊະນະເລີດທີ 2 ໃນການແຂ່ງຂັນບານເຕະໂລກ 2018 (World Cup 2018) ດຳເນີນໃນຕອນຄ່ຳວັນທີ 11 ກໍລະກົດ, ທີມຊາດບານເຕະ ກຣົວຊີ ຊະນະທີມຊາດບານເຕະ ອັງກິດ.

ການແຂ່ງຂັນດຳເນີນໄປໃນບັນຍາກາດທີ່ດູດດື່ມ, ເຄັ່ງຕຶງ ແລະ ຂ້ຽວຂາດທີ່ສຸດ. ອັງກິດ ໄດ້ປະຕູອອກນຳໄປກ່ອນ 1 – 0 ໃນເຄິ່ງເວລາທຳອິດ , ເຄິ່ງເວລາທີ 2 ກຣົວຊີ ຕີສະເໝີໄດ້ 1 – 1. ທັງ 2 ທີມສືບຕໍ່ແຂ່ງຂັນໃນນັດຕໍ່ເວລາອອກໄປອີກ 30 ນາທີ, ກຣົວຊີ ເອົາຊະນະ ອັງກິດ ດ້ວຍປະຕູ 2 – 1.

        ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 10 ກໍລະກົດ, ໃນນັດແຂ່ງຂັນຮອບຮອງຊະນະເລີດທີ 1, ຝຣັ່ງ ເອົາຊະນະ ແບນຊິກ ດ້ວຍປະຕູ 1 – 0. ທີມ ແບນຊິກ ຈະພົບກັບທີມ ອັງກິດ ເພື່ອຊີງລາງວັນທີ 3 ໃນຕອນຄ່ຳວັນທີ 14 ກໍລະກົດ. ນັດຊີງຊະນະເລີດໃນການແຂ່ງຂັນບານເຕະໂລກ 2018 ຈະດຳເນີນໃນຕອນຄ່ຳວັນທີ 15 ກໍລະກົດລະຫວ່າງທີມຊາດ ຝຣັ່ງ ແລະ ກຣົວຊີ.  World Cup 2018 ດຳເນີນຢູ່ລັດເຊຍ ດ້ວຍການເຂົ້າຮ່ວມແຂ່ງຂັນຂອງ 32 ທີມບານເຕະທີ່ມາຈາກ 5 ທະວີບ.


ຕອບກັບ

ຂ່າວ/ບົດ​ອື່ນ