ນະຄອນ ຫາຍເຢືອງ ຍົກສູງຄຸນນະພາບການສິດສອນພາສາອັງກິດ

(VOVWORLD) - ນະໂຍບາຍຍົກສູງກຳລັງຄວາມສາມາດຂອງຄູສອນພາສາ ອັງກິດ; ບົດຮຽນ ແລະ ຄວາມຮູ້ອັບເດດກ່ຽວກັບວິທີການສິດສອນ…
ນະຄອນ ຫາຍເຢືອງ ຍົກສູງຄຸນນະພາບການສິດສອນພາສາອັງກິດ - ảnh 1ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ (ພາບ:TTXVN)

ວັນທີ 14 ສິງຫາ, ຢູ່ນະຄອນ ຫາຍເຢືອງ, ມະຫາວິທະຍາໄລ ຮ່າໂນ້ຍ ແລະ ຫ້ອງການສຶກສາ ແລະ ບຳລຸງສ້າງ, ນະຄອນ ຫາຍເຢືອງ ໄດ້ສົມທົບກັນຈັດຕັ້ງການໂອ້ລົມສົນທະນາ “ຍົກສູງຄຸນນະພາບການສິດສອນພາສາອັງກິດ ໃຫ້ໃນຫຼັກສູດການສຶກສາສາມັນ”

        ແຂກເຂົ້າຮ່ວມມາຈາກກະຊວງສຶກສາ ແລະ ບຳລຸງສ້າງ, ມະຫາວິທະຍາໄລ ຮ່າໂນ້ຍ ໄດ້ແບ່ງປັນບັນດາການປ່ຽນແປງສຳຄັນ ແລະ ຜົນປະໂຫຍດໃນຫຼັກສູດການສອນພາສາອັງກິດໃໝ່; ນະໂຍບາຍຍົກສູງກຳລັງຄວາມສາມາດຂອງຄູສອນພາສາ ອັງກິດ; ບົດຮຽນ ແລະ ຄວາມຮູ້ອັບເດດກ່ຽວກັບວິທີການສິດສອນ…

        ທ່ານ Axel Berthome, ຫົວໜ້າຂົງເຂດບຳລຸງສ້າງສູນພາສາ ອັງກິດ Enspire ໄດ້ແບ່ງປັນທ່າອ່ຽງການສິດສອນພາສາອັງກິດໃນໂຮງຮຽນຕາມວິທີການໃໝ່, ໝູນໃຊ້ 4 ທັກສະ (ການມະນຸດສຳພັນ, ການຮ່ວມມື, ເຮັດວຽກເປັນກຸ່ມ, ຈິນຕະນາການໃນການໄຈ້ແຍກ ແລະ ຫົວຄິດປະດິດສ້າງ) ເຂົ້າໃນການສອນ ພາສາ ອັງກິດໃນໂຮງຮຽນໃຫ້ແກ່ນັກຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ