ນະຄອນ ໂຮ່ຈີມິນ - ຂົວຕໍ່ຕະຫຼາດເອີຣົບ

(VOVWORLD) - EuroCham ຈະເສີມຂະຫຍາຍບົດບາດການເຊື່ອມຕໍ່ ກັບວິສາຫະກິດ ເອີຣົບ ເຂົ້າຮ່ວມໃນບັນດາລາຍການພັດທະນາ ຂອງນະຄອນ ໂຮ່ຈີມິນ ເຊັ່ນ: ນະຄອນອັດສະລິຍະ, ໂຄງການຄົມມະນາຄົມ…
ນະຄອນ ໂຮ່ຈີມິນ - ຂົວຕໍ່ຕະຫຼາດເອີຣົບ - ảnh 1 ນະຄອນ ໂຮ່ຈີມິນ - ຂົວຕໍ່ຕະຫຼາດເອີຣົບ (ພາບ: TTXVN)

ວັນທີ 20 ມີນາ, ທີ່ພິທີແນະນຳປື້ມ ປົກຂາວ 2019 ໂດຍສະຫະສະມາຄົມວິສາຫະກິດເອິຣົບ ປະຈໍາຫວຽດນາມ (EuroCham) ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ, ບັນດາຜູ້ຊ່ຽວຊານຈາກພາຍໃນ ແລະ ສາກົນ ໄດ້ສຸມໃສ່ການປຶກສາຫາລືກ່ຽວກັບບົດບາດການເປັນຂົວຕໍ່ຕະຫຼາດເອີຣົບ ຂອງນະຄອນ ໂຮ່ຈີມິນ.

ທ່ານ Nicolas Audier, ປະທານຮ່ວມ EuroCham ເນັ້ນໜັກວ່າ ຫວຽດນາມ ກຳລັງກາຍເປັນຈຸດນັດພົບທີ່ດຶງດູດໃຈ ຂອງບັນດານັກລົງທຶນຕ່າງປະເທດ. ຍົກຕົວຢ່າງ: ໃນປີ 2019 ວິສາຫະກິດ ເອີຣົບ ຈະສືບຕໍ່ສຸມໃສ່ການລົງທຶນ, ດຳເນີນທຸລະກິດ ແລະ ເປີດກ້ວາງການແລກປ່ຽນການຄ້າກັບ ຫວຽດນາມ; ໃນນັ້ນ, ນະຄອນ ໂຮ່ຈີມິນ ແມ່ນຈຸດນັດພົບບຸລິມະສິດ ທີ່ບັນດາວິສາຫະກິດເອີຣົບ ປາຖະໜາຢາກຊອກຫາກະລະໂອກາດໃນການລົງທຶນ, ດຳເນີນທຸລະກິດ ແລະ ເປີດກ້ວາງຕະຫຼາດ. ນອກຈາກນັ້ນ, EuroCham ຈະເສີມຂະຫຍາຍບົດບາດການເຊື່ອມຕໍ່ ກັບວິສາຫະກິດ ເອີຣົບ ເຂົ້າຮ່ວມໃນບັນດາລາຍການພັດທະນາ ຂອງນະຄອນ ໂຮ່ຈີມິນ ເຊັ່ນ: ນະຄອນອັດສະລິຍະ, ໂຄງການຄົມມະນາຄົມ… ຕາມບັນດາຮູບແບບການລົງທຶນ, ດຳເນີນທຸລະກິດ ແລະ ແລກປ່ຽນການຄ້າທີ່ເໝາະສົມ. ຈາກນັ້ນ, ປະກອບສ່ວນຊ່ວຍນະຄອນ ໂຮ່ຈີມິນ ໝູນໃຊ້ທ່າແຮງທັງໝົດ, ກາຍເປັນສະຖານທີ່ລົງທຶນ, ດຳເນີນທຸລະກິດທີ່ດຶງດູດໃຈ ບໍ່ພຽງແຕ່ສຳລັບວິສາຫະກິດ ເອີຣົບເທົ່ານັ້ນ ຫາກສຳລັບບັນດາປະເທດອື່ນອີກດ້ວຍ.

ທີ່ເຫດການດັ່ງກ່າວ, ບັນດາຜູ້ຊ່ຽວຊານກໍ່ຕີລາຄາກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ໃນການຮ່ວມມືເສດຖະກິດ ລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື ເມື່ອສັນຍາການຄ້າເສລີ ຫວຽດນາມ - ເອີຣົບ (EVFTA) ໄດ້ຮັບການຮັບຮອງ.

ຕອບກັບ

ຂ່າວ/ບົດ​ອື່ນ