ນະຄອນ ໂຮ່ຈີມິນ ສະໜອງໃບຂັບຂີ່ລົດຈັກໃຫ້ນັກສຶກສາ ລາວ, ກຳປູເຈຍ

(VOVWORLD) - ພະແນກຄົມມະນາຄົມຂົງສົ່ງນະຄອນ ໂຮ່ຈີມິນ ຈະດຳເນີນການແລກປ່ຽນໃບຂັບຂີ່ລົດຈັກ A1 ສຳລັບນັກສຶກສາ ລາວ ແລະ ກຳປູເຈຍ ທີ່ມີໃບຂັບຂີ່ລົດຈັກຂອງປະເທດຕົນ

        ພະແນກຄົມມະນາຄົມຂົງສົ່ງນະຄອນ ໂຮ່ຈີມິນ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ຕໍ່ເລື່ອງໜູນຊ່ວຍຄ່າຮຽນ ແລະ ສັງເອົາໃບຂັບຂີ່ລົດຈັກ A1 100% ສຳລັບນັກສຶກສາ ລາວ ແລະ ກຳປູເຈຍ ກວ່າ 170 ຄົນພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ.

        ພະແນກຄົມມະນາຄົມຂົງສົ່ງນະຄອນ ໂຮ່ຈີມິນ ຈະດຳເນີນການແລກປ່ຽນໃບຂັບຂີ່ລົດຈັກ A1 ສຳລັບນັກສຶກສາ ລາວ ແລະ ກຳປູເຈຍ ທີ່ມີໃບຂັບຂີ່ລົດຈັກຂອງປະເທດຕົນ, ພ້ອມທັງຈັດການເສັງເອົາໃບຂັບຂີ່ລົດຈັກ A1 ໃຫ້ແກ່ບັນດາກໍລະນີຍັງບໍ່ທັນມີໃບຂັບຂີ່ລົດຈັກ.

ຕອບກັບ

ຂ່າວ/ບົດ​ອື່ນ