ນະຄອນ ໂຮ່ຈີມິນ ແລະ ທະນາຄານພັດທະນາອາຊີ ຊຸກຍູ້ການຮ່ວມມືຟື້ນຟູເສດຖະກິດ

(VOVWORLD) -ໃນໄລຍະຈະມາເຖິງ, 2 ຝ່າຍເພີ່ມທະວີການປະຕິບັດບັນດາໂຄງການພວມຜັນຂະຫຍາຍຢ່າງມີປະສິດທິຜົນກວ່າອີກ.
ນະຄອນ ໂຮ່ຈີມິນ ແລະ ທະນາຄານພັດທະນາອາຊີ ຊຸກຍູ້ການຮ່ວມມືຟື້ນຟູເສດຖະກິດ - ảnh 1ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ
(ພາບ: TTXVN)

ວັນທີ 23 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ພົບປະແບບທາງໄກກັບທ່ານ Andrew Jeffries, ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ເພື່ອແລກປ່ຽນທິດທາງເພີ່ມທະວີການຮ່ວມມືລະຫວ່າງ 2 ຝ່າຍກວ່າອີກ.

ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ທາງນະຄອນຄ່ອຍໆຄວບຄຸມໂລກລະບາດໄດ້ແລ້ວ ແລະ ກ້າວເຂົ້າສູ່ໄລຍະເປີດປະຕູ, ຟື້ນຟູເສດຖະກິດ. ການນຳນະຄອນ ໂຮ່ຈີມິນ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍເພີ່ມທະວີການປະຕິບັດບັນດາໂຄງການພວມຜັນຂະຫຍາຍຢ່າງມີປະສິດທິຜົນກວ່າອີກ. ນະຄອນ ໂຮ່ຈີມິນ ແລະ ADB ຈະພ້ອມກັນແລກປ່ຽນ, ປຶກສາຫາລືເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ລະດັບຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການທີ່ພວມຮ່ວມມື ແລະ ປຶກສາຫາລືກ່ຽວກັບໂຄງການຮ່ວມມືໃໝ່ ຕິດພັນກັບແຜນການຟື້ນຟູເສດຖະກິດນະຄອນ ໂຮ່ຈີມິນ ແລະ ຫວຽດນາມ.

ແບ່ງປັນກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19, ທ່ານ Andrew Jeffries ຢືນຢັນວ່າ ADB ພ້ອມແລ້ວຈະໜູນຊ່ວຍຢ່າງຮອບດ້ານໃຫ້ແກ່ແຜນການຟື້ນຟູເສດຖະກິດຂອງນະຄອນໃນພາຍພາກໜ້າ ກໍຄືການພັດທະນາໄລຍະກາງ ແລະ ໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ