ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ວຽງ​ຈ​ັນ ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ

(VOVWORLD) -ສອງຝ່າຍສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍບັນດາຮູບແບບ, ກົນໄກແລກປ່ຽນຂໍ້ມູນ, ແບ່ງປັນປະສົບການໃນວຽກງານທຸກດ້ານຄື: ສ້າງເອກະສານທາງກົດໝາຍ, ວຽກງານຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງນະຄອນ ແລະ ການເຄື່ອນໄຫວອື່ນໆ ຕາມພາລະໜ້າທີ່, ສິດອຳນາດ ເພື່ອຜ່ານນັ້ນ ແລກປ່ຽນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ, ປະສິດທິພາບໃນການເຄື່ອນໄຫວຂອງ ສະພາປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງສອງນະຄອນຫຼວງ ແລະ ຂອງປະເທດຊາດ.
ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ວຽງ​ຈ​ັນ ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ - ảnh 1ຄະນະຜູ້ແທນຂັ້ນສູງສອງນະຄອນຫຼວງຖ່າຍຮູບເປັນທີ່ລະນຶກ (ພາບ: nhandan.vn)

ວັນທີ 11 ສິງຫາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງ ວຽງຈັນ (ລາວ) ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຜູ້ແທນ ສະພາປະຊາຊົນນະຄອນຫຼວງ ຮ່າໂນ້ຍ ແລະ ຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງ ວຽງຈັນ ໄດ້ຈັດການໂອ້ລົມສົນທະນາ, ແລກປ່ຽນບົດຮຽນປະສົບການກ່ຽວກັບການເຄື່ອນໄຫວຂອງອົງການໂດຍປະຊາຊົນເລືອກຕັ້ງລະຫວ່າງສອງນະຄອນຫຼວງຂອງສອງປະເທດ. ສອງຝ່າຍສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍບັນດາຮູບແບບ, ກົນໄກແລກປ່ຽນຂໍ້ມູນ, ແບ່ງປັນປະສົບການໃນວຽກງານທຸກດ້ານຄື: ສ້າງເອກະສານທາງກົດໝາຍ, ວຽກງານຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງນະຄອນ ແລະ ການເຄື່ອນໄຫວອື່ນໆ ຕາມພາລະໜ້າທີ່, ສິດອຳນາດ ເພື່ອຜ່ານນັ້ນ ແລກປ່ຽນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ, ປະສິດທິພາບໃນການເຄື່ອນໄຫວຂອງ ສະພາປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງສອງນະຄອນຫຼວງ ແລະ ຂອງປະເທດຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ