ນະ​ຄອນ​ໂຮ່​ຈີ​ມິນ ຍາມ​ໃດ​ກໍ​ເຄົາ​ລົບ​ທຸກ​ຄຳ​ເຫັນ​ປະ​ກອບ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ

(VOVWORLD) -        ຕອນເຊົ້າວັນທີ 29 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນວັນເນັນ ໄດ້ມີການພົບປະກັບຄະນະຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມ “ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ”.
ນະ​ຄອນ​ໂຮ່​ຈີ​ມິນ ຍາມ​ໃດ​ກໍ​ເຄົາ​ລົບ​ທຸກ​ຄຳ​ເຫັນ​ປະ​ກອບ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ - ảnh 1ການນຳນະຄອນໂຮ່ຈີມິນ ຖ່າຍຮູບເປັນທີ່ລະນຶກກັບຜູ້ຕາງໜ້າຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ (ພາບ: qdnd.vn) 

ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ຮັບຮູ້ບັນດາຄຳເຫັນປະກອບຂອງຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ ຕ່າງປະເທດທີ່ມີຕໍ່ທິດທາງການພັດທະນາຂອງນະຄອນ. ພ້ອມກັນນັ້ນ, ທ່ານກໍປາດຖະໜາວ່າ ບັນດາຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະແບ່ງປັນບັນດາປະສົບການ, ບົດຮຽນທີ່ຖອດຖອນມາໄດ້ໃນໄລຍະດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ ໃຫ້ເປັນບັນດາມາດຕະການລະອຽດ, ມີຄວາມເປັນໄປໄດ້.  ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ນະຄອນໂຮ່ຈີມິນ ຍາມໃດກໍປາດຖະໜາວ່າ ທຸກຄຳເຫັນປະກອບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະກາຍເປັນການກະທຳລະອຽດ, ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງນະຄອນ ໃຫ້ນັບມື້ນັບພັດທະນາແບບຍືນຍົງ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ