ທ່ານ ຫງວຽນແທງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນຕ້ອນຮັບ ທ່ານ Claude Bartolone, ປະທານສະພາແຫ່ງຊາດ ຝລັ່ງ
ພາບ:TTXVN
|
(vovworld)-ວັນທີ 21/3, ທ່ານ ຫງວຽນແທງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ໄດ້ຕ້ອນຮັບ ທ່ານ Claude Bartolone, ປະທານສະພາແຫ່ງຊາດ ຝລັ່ງ ພ້ອມດ້ວຍຄະນະພວມຢ້ຽມຢາມຫວຽດນາມ. ນະທີ່ນີ້ ທ່ານ ຫງວຽນແທງຟອງ ຕີລາຄາສູງບົດບາດຂອງ ຝລັ່ງ ໃນຜົນສຳເລັດຂອງກອງປະຊຸມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 21 (COP 20) ແລະ ຖືວ່າ: ໝາກຜົນດັ່ງກ່າວແມ່ນສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງບັນດາປະເທດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ນະຄອນ ໂຮ່ຈິມີນ ຈະສົມທົບ ແລະ ເຂົ້າຮ່ວມປະຕິບັດບັນດາຄຳໝັ້ນສັນຍານີ້. ທ່ານປະທານສະພາແຫ່ງຊາດ ຝລັ່ງ Claude Bartolone ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ ເພື່ອເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ.