ນະຄອນໂຮ່ຈິມິນພ້ອມແລ້ວຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສະໂລວາກີ

(VOVWORLD) -ຕອນບ່າຍວັນທີ 01 ມິຖຸນາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນແທ່ງຟອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນສະໂລວາກີ Robert Kalinak, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ.

ນະຄອນໂຮ່ຈິມິນພ້ອມແລ້ວຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສະໂລວາກີ - ảnh 1ທ່ານຫງວຽນແທ່ງຟອງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ,

ລັດຖະມົນຕີກະຊວງພາຍໃນສະໂລວາກີ  

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຫງວຽນແທ່ງຟອງ ສະເໜີໃຫ້ລັດຖະບານ ສະໂລວາກີ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ,  ແລະ ຮ່ຳຮຽນຢູ່ສະໂລວາກີ ໃຫ້ເຊື່ອມໂຍງເຂົ້າກັບສັງຄົມຂອງສະໂລວາກີ ຢ່າງດີກວ່າ, ເສີມຂະຫຍາຍບົດບາດເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ທ່ານ ຫງວຽນແທ່ງຟອງ ປາດຖະໜາວ່າ, ບັນດາວິສາຫະກິດຂອງ 2 ຝ່າຍ ຈະຍູ້ແຮງການຮ່ວມມືໃນບັນດາຂົງເຂດເຊິ່ງສະໂລວາກີ ມີທ່າແຮງ ແລະ ນະຄອນໂຮ່ຈິມິນ ມີຄວາມຕ້ອງການ. ນະຄອນໂຮ່ຈິມິນ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດສະໂລວາກີ ມາຊອກຮູ້ກາລະໂອກາດລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ