ນະຍົກລັດຖະມົນຕີຮຽກຮ້ອງວ່າ: ໃນເຫດພາຍຸນ້ຳຖ້ວມ, ການກູ້ເອົາຊີວິດປະຊາຊົນແມ່ນສຳຄັນທີ່ສຸດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີການເຮັດວຽກກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດກ່ຽວກັບວຽກງານພະຍາກອນ, ຮັບປະກັນດ້ານຂໍ້ມູນຂ່າວຢ່າງໄວ ແລະ ຊັດເຈັນ
ນະຍົກລັດຖະມົນຕີຮຽກຮ້ອງວ່າ: ໃນເຫດພາຍຸນ້ຳຖ້ວມ, ການກູ້ເອົາຊີວິດປະຊາຊົນແມ່ນສຳຄັນທີ່ສຸດ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍ)

ຕໍ່ໜ້າການຜັນແປຂອງພາຍຸ Molave, ຕອນເຊົ້າວັນທີ 26 ຕຸລາ, ຢູ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບບັນດາກະຊວງ, ຂະແໜງການ ແລະ ບາງແຂວງ, ນະຄອນທາງພາກກາງ ມີຄວາມສ່ຽງພາຍຸຈະພັດເຂົ້າ, ຊີ້ນຳບັນດາມາດຕະການປ້ອງກັນ, ຕ້ານພາຍຸ.

        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີການເຮັດວຽກກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດກ່ຽວກັບວຽກງານພະຍາກອນ, ຮັບປະກັນດ້ານຂໍ້ມູນຂ່າວຢ່າງໄວ ແລະ ຊັດເຈັນທີ່ສຸດເຖິງບັນດາທ້ອງຖິ່ນ, ປະຊາຊົນ ເພື່ອໃຫ້ມີມາດຕະການຮັບມືຢ່າງເໝາະສົມ, ທັນການ, ຕໍ່ເນື່ອງກັບທຸກຂັ້ນ, ທຸກຂະແໜງການເພື່ອມີວິທີການເປັນເຈົ້າການຮັບມື. ພິເສດ, ຮຽກຮ້ອງໃຫ້ປະຊາຊົນຍົກຍ້າຍອອກຈາກເຂດອັນຕະລາຍ, ໂດຍສະເພາະແມ່ນຢູ່ບັນດາເຂດມີຄວາມສ່ຽງເກີດສະພາບດິນເຊາະເຈື່ອນ, ພູເຊາະເຈື່ອນ; ພ້ອມກັນນັ້ນ, ຍົກຍ້າຍປະຊາຊົນຢູ່ເຂດແຄມແມ່ນ້ຳ, ແຄມທະເລເຂດທີ່ພາຍຸພັດຜ່ານ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ.

        “ຂ້າພະເຈົ້າສະເໜີວ່າ, ວຽກງານທີ 1 ແມ່ນຮັບປະກັນຄວາມປອດໄພໃຫ້ປະຊາຊົນ. ກູ້ເອົາຊີວິດປະຊາຊົນແມ່ນສຳຄັນທີ່ສຸດ ສະນັ້ນບັນດາມາດຕະການແກ້ໄຂຄື ເດັດດຽວຮຽກຮ້ອງໃຫ້ກ່ຳປັ່ນເຂົ້າຝັ່ງ, ຍົກຍ້າຍປະຊາຊົນຂຶ້ນຝັ່ງ. ນີ້ແມ່ນບົດຮຽນທີ່ຖອນມາຈາກການຊີ້ນຳຕ້ານພາຍຸໃນຫຼາຍປີ.”

        ທ່ານນາຍົກລັດຖະມົນຕີກໍ່ໃສ່ໃຈວ່າ, ພ້ອມກັບການຕ້ານພາຍຸ Molave, ບັນດາທ້ອງຖິ່ນຕ້ອງສືບຕໍ່ປະຕິບັດວຽກງານໜູນຊ່ວຍປະຊາຊົນຢູ່ 5 ແຂວງທາງພາກກາງ ທີ່ພວມຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມຜ່ານມາ, ຊອກຫາຜູ້ຫາຍສາບສູນບົນພື້ນຖານຮັບປະກັນຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ