ນະໂຍບາຍການທະຫານ ໃໝ່ຂອງຍິ່ປຸ່ນປັບປຸງ ສຳພັນທະມິດອາເລິກາ -ຍິ່ປຸ່ນ


ນະໂຍບາຍການທະຫານ ໃໝ່ຂອງຍິ່ປຸ່ນປັບປຸງ ສຳພັນທະມິດອາເລິກາ -ຍິ່ປຸ່ນ - ảnh 1

ທ່ານ Chuck Hagel ຕ້ອນຮັບ​ທ່ານ Itsunori Onodera

(ພາບ: AP)

(vovworld)- ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ກະທຳ​ດ້ານ​ກາ​ນທະຫານ​ຂອງ​ຍີ່ປຸ່ນ ຈະ​ຊ່ວຍ​ປັບປຸງ​ສຳພັນ​ທະ​ມິດ​ລະຫວ່າງ​ໂຕ​ກຽວ ​ແລະ ວໍ​ຊິງ​ຕັນ, ​ເປີດ​ທາງ​ໃຫ້​ແກ່​ບັນດາ​ຮູບ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ໃໝ່​ລະຫວ່າງ​ສອງ​ປະ​ເທດ. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ Itsunori Onodera ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ​ໃນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 11/7.

  ກ່ອນ​ໜ້ານັ້ນ, ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ​ກັບທ່ານລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ Itsunori Onodera, ທ່ານລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ເມ​ລິ​ກາ Chuck Hagel ​ຊົມ​ເຊີຍ​ການ​ປ່ຽນ​ແປງ​ວິທີ​ອະທິບາຍ​ລັດຖະທຳ​ມະນູນ ຊື່​ງລັດຖະບານ​ຍິ່ປຸ່ນ ຫາ​ກໍ່​ຮັບ​ຮອງ​ເອົາ​ເມື່ອ​ວັນ​ທີ 1/7 ຜ່ານ​ມາ. ທ່ານ​ລັດຖະມົນຕີ Chuck Hagel ​ເນັ້ນໜັກ​ວ່າ: ນີ້​ແມ່ນ​ຂໍ້​ຕົກລົງ​ມີ​ລັກສະນະ​ບາດ​ລ້ຽວທີ່ອະນຸຍາດ​ໃຫ້​ຍິ່ປຸ່ນ ​ເພີ່ມ​ທະວີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ຫຼາຍ​ພໍ​ສົມຄວນ./.

ຂ່າວ/ບົດ​ອື່ນ