ນາຍົກລັດຖະມົນຕີ ຍີ່ປຸ່ນ ກຽມພ້ອມພົບປະກັບການນຳ ສປປ ເກົາຫຼີ ເພື່ອແກ້ໄຂບັນຫາພົນລະເມືອງ ຍີ່ປຸ່ນ ຖືກລອບຈັບຕົວ

(VOVWORLD) - ບັນດາໜັງສືພິມ Mainichi Shimbun, Nikkei ແລະ ສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ ໄດ້ໃຫ້ຂ່າວກ່ຽວກັບບັນຫານີ້.
ນາຍົກລັດຖະມົນຕີ ຍີ່ປຸ່ນ ກຽມພ້ອມພົບປະກັບການນຳ ສປປ ເກົາຫຼີ ເພື່ອແກ້ໄຂບັນຫາພົນລະເມືອງ ຍີ່ປຸ່ນ ຖືກລອບຈັບຕົວ - ảnh 1ຄູ່ຜົວເມຍຊາວ ຍີ່ປຸ່ນ ເຄີຍຖືກ ສປປ ເກົາຫຼີ ລອກຈັບຕົວໄດ້ກັບເມືອປະເທດໃນປີ 2002
(ພາບ:Reuters)

ກ່າວຄຳເຫັນໃນເຫດການໜຶ່ງກ່ຽວກັບບັນຫານີ້ຢູ່ນະຄອນຫຼວງ ໂຕກຽວ, ວັນທີ 27 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ: ກຽມພ້ອມພົບປະໂດຍກົງກັບການນຳ ສປປ ເກົາຫຼີ Kim Jong – un ໂດຍບໍ່ມີເງືື່ອນໄຂເພື່ອຊອກຫາວິທີແກ້ໄຂບັນຫາພົນລະເມືອງ ຍີ່ປຸ່ນ ຖືກລອບຈັບຕົວ ໃນຊຸມປີ 1960 ແລະ 1970. ບັນດາໜັງສືພິມ Mainichi Shimbun, Nikkei ແລະ ສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ ໄດ້ໃຫ້ຂ່າວກ່ຽວກັບບັນຫານີ້.

ປີ 2002, ສປປ ເກົາຫຼີ ຢັ້ງຢືນໄດ້ລອບຈັບຕົວພົນລະເມືອງ ຍີ່ປຸ່ນ 13 ຄົນ ກ່ອນນີ້ຫຼາຍທົດສະວັດ. 5 ຄົນໃນຈຳນວນດັ່ງກ່າວ ພ້ອມກັບຄອບຄົວຂອງເຂົາເຈົ້າໄດ້ກັບເມືອ ຍີ່ປຸ່ນ ແລະ ໃຫ້ຮູ້ວ່າ ບຸກຄົນຍັງເຫຼືອໄດ້ເສຍຊີວິດແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ຝ່າຍ ຍີ່ປຸ່ນ ໄດ້ຖືວ່າ ພົນລະເມືອງ ຍີ່ປຸ່ນ 17 ຄົນຖືກລອບຈັບຕົວ ແລະ ສືບຕໍ່ສືບສວນຊາຕະກຳຂອງບັນດາຜູ້ຍັງບໍ່ທັນໄດ້ກັບເມືອປະເທດ.

ຝ່າຍ ສປປ ເກົາຫຼີ ໄດ້ຢັ້ງຢືນຫຼາຍເທື່ອກ່ຽວກັບບັນຫາພົນລະເມືອງ ຍີ່ປຸ່ນ ຖືກລອບຈັບຕົວ ໃນອະນາຄົດ “ເຄີຍໄດ້ແກ້ໄຂໄປແລ້ວ”.

ຕອບກັບ

ຂ່າວ/ບົດ​ອື່ນ