ນາ​ຍົກ​ລັດ​ຖະ​ມົນ​ຕີ: ທະ​ວີ​ຄູນ​ຮູບ​ແບບ​ຮ່ຳ​ຮຽນ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບສູນກາງສະມາຄົມສົ່ງເສີມການຮຽນຫວຽດນາມ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຍ້ອງຍໍສັນລະເສີນບັນດາຮູບແບບຮ່ຳຮຽນດີເດັ່ນໃນທົ່ວປະເທດໄລຍະ 2016  - 2020
ນາ​ຍົກ​ລັດ​ຖະ​ມົນ​ຕີ: ທະ​ວີ​ຄູນ​ຮູບ​ແບບ​ຮ່ຳ​ຮຽນ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ - ảnh 1

 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບສູນກາງສະມາຄົມສົ່ງເສີມການຮຽນຫວຽດນາມ (ພາບ: VGP)

ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລ້ວ, ເພື່ອສ້າງຕັ້ງສັງຄົມຮ່ຳຮຽນຢ່າງເລິກເຊິ່ງ ແລະ ສົມກັບມູນເຊື້ອມັກຮ່ຳຮຽນຂອງປະເທດຊາດ, ຮຽກຮ້ອງທົວລະບົບການເມືອງ ຕ້ອງເຂົ້າຮ່ວມຢ່າງແຮງ, ເປັນຕົ້ນແມ່ນ ຄະນະພັກທຸກຂັ້ນ, ອຳນາດການປົກຄອງບັນດາທ້ອງຖິ່ນໃນການເອົາໃຈໃສ່ເຖິງການເສີມຂະຫຍາຍເນື້ອໃນຈິດໃນສົ່ງເສີມການຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ. ພາຍຫຼັງກອງປະຊຸມໃຫຍ່ຍ້ອງຍໍສັນລະເສີນບັນດາຮູບແບບຮ່ຳຮຽນດີເດັ່ນ ທົ່ວປະເທດ ຕ້ອງສ້າງກຳລັງໜູນໃໝ່, ທະວີຄູນຂະບວນການຮ່ຳຮຽນໃນທົ່ວສັງຄົມ, ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຕໍ່ໜ້າຄຳຮຽກຮ້ອງຕ້ອງການພັດທະນາປະເທດຊາດຢ່າງແຮງໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ