ນາຍົກລັດຖະມົນຕີ ຟ້າມມິງຈີ້ງ: ການສ້າງລະບອບລະບຽບການໃຫ້ ສົມບູນແບບຕ້ອງ “ຕິດແທດກັບຄວາມເປັນຈິງ”

(VOVWORLD) -ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຕ້ອງປະຕິບັດທຸກຂັ້ນຕອນໃນຂະບວນວິວັດແຫ່ງການສ້າງລະບອບລະບຽບການ ໃຫ້ສົມບູນແບບ, ພ້ອມທັງຈັດຕັ້ງປະຕິບັດກົດໝາຍທີ່ຮັບປະກັນໃຫ້ຄົບຊຸດ ແລະ ມີປະສິດທິຜົນ. 
ນາຍົກລັດຖະມົນຕີ ຟ້າມມິງຈີ້ງ: ການສ້າງລະບອບລະບຽບການໃຫ້ ສົມບູນແບບຕ້ອງ “ຕິດແທດກັບຄວາມເປັນຈິງ” - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງກ່າວຄຳເຫັນທີ່ກອງປະຊຸມ

    ກ່າວຄຳເຫັນທີ່ກອງປະຊຸມຫົວເລື່ອງຂອງລັດຖະບານປະຈຳເດືອນ ມັງກອນ 2022 ຊຶ່ງໄດ້ດຳເນີນໃນຕອນເຊົ້າວັນທີ 19ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງການຊີ້ນຳວຽກງານ ສ້າງລະບອບລະບຽບການໃຫ້ ສົມບູນແບບ.  ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຕ້ອງປະຕິບັດທຸກຂັ້ນຕອນໃນຂະບວນວິວັດແຫ່ງການສ້າງລະບອບລະບຽບການ ໃຫ້ສົມບູນແບບ, ພ້ອມທັງຈັດຕັ້ງປະຕິບັດກົດໝາຍທີ່ຮັບປະກັນໃຫ້ຄົບຊຸດ ແລະ ມີປະສິດທິຜົນ.

     ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຫວຽດນາມ ພວມສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ສະນັ້ນ ຕ້ອງສຸມໃສ່ ສ້າງລະບອບລະບຽບການໃຫ້ ສົມບູນແບບຕ້ອງ “ຕິດແທດກັບຄວາມເປັນຈິງ, ເລີ່ມມາຈາກຄວາມເປັນຈິງ ແລະ ຖືເອົາຄວາມເປັນຈິງເປັນໄມ້ວັດ”

ຕອບກັບ

ຂ່າວ/ບົດ​ອື່ນ