​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ​ຫວັງ​ວ່າ ອົດ​ສະ​ຕາ​ລີ ​ຈະສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -  ຕອນເຊົ້າວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ຄັ້ງທຳອິດ. ການນຳບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ກໍໄດ້ເຂົ້າຮ່ວມກອງປະຊຸມ.
​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ​ຫວັງ​ວ່າ ອົດ​ສະ​ຕາ​ລີ ​ຈະສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ຄັ້ງທຳອິດ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ແຈ້ງໃຫ້ຊາບວ່າ ປັດຈຸບັນ ອົດສະຕາລີ ພວມຕັ້ງໜ້າຜັນຂະຫຍາຍໂຄງການເຂົ້າເຖິງວັກຊິນ ໃຫ້ພາກພື້ນ ອາຊຽນ ດ້ວຍມູນຄ່າ 523 ລ້ານ AUD ແລະ ບ້ວງເງິນໜູນຊ່ວຍມີມູນຄ່າ  500 ລ້ານ AUD ເພື່ອຊຸກຍູ້ການຟື້ນຟູ ແລະ ການເຕີບໂຕໃນພາກພື້ນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ Scott Morrison ກໍ່ສະເໜີຂໍ້ລິເລີ່ມ ອົດສະຕາລີ ເພື່ອອະນາຄົດຂອງ ອາຊຽນ ແລະ ປະກາດວ່າຈະຊ່ວຍເຫຼືອໂຄງການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນໃໝ່ ຕື່ມອີກ 124 ລ້ານ AUD.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງ ອົດສະຕາລີ ທີ່ມີຕໍ່ບັນດາປະເທດ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19, ສະເໜີ ອົດສະຕາລີ ຍູ້ແຮງການຊ່ວຍເຫຼືອ ອາຊຽນ ຍົກສູງກຳລັງຄວາມສາມາດປ້ອງກັນ, ເປັນເຈົ້າການຮັບມືກັບກໍລະນີການແພດສຸກເສີນ ແລະ ພະຍາດຕິດຕໍ່ໃນອະນາຄົດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສອງຝ່າຍຄວນມານະພະຍາຍາມເຊື່ອມຕໍ່ຊ່ອງທາງດ້ານການຄ້າ - ການລົງທຶນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດໄດ້ສຳຜັດກັບຕະຫຼາດຂອງກັນຄືນໃໝ່, ເຂົ້າຮ່ວມລະບົບສະໜອງຂອງພາກພື້ນຢ່າງເລິກເຊິ່ງກວ້າງຂວາງ, ຊຸກຍູ້ການຮ່ວມມືດ້ານໂຄງລ່າງດີຈີຕອນ, ໂຄງລ່າງມີຄຸນນະພາບສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງໃຫ້ແກ່ບັນດາປະເທດ ອາຊຽນ ແລະ ການພົວພັນແລກປ່ຽນລະຫວ່າງປະຊາຊົນສອງຝ່າຍ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ຍົກສູງການປະຕິບັດຕາມກົດໝາຍສາກົນ ແລະ UNCLOS 1982.

        ສິ້ນສຸດກອງປະຊຸມ, ການນຳ ອາຊຽນ ແລະ ອົດສະຕາລີ ໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນ ອາຊຽນ - ອົດສະຕາລີ ຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ.

 

ຕອບກັບ

ຂ່າວ/ບົດ​ອື່ນ