ນາຍົກລັດຖະມົນຕີ ຟ້າມມີງຈີງ ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມ “ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ” ໃນຂອບເຂດກອງປະຊຸມສຸດຍອດ G7 ເປີດກ້ວາງ.

(VOVWORLD) -ໃນຂອບເຂດກອງປະຊຸມສຸດຍອດ G7 ເປີດກ້ວາງ ທີ່ນະຄອນ Hiroshima (ຍີ່ປຸ່ນ), ຕອນເຊົ້າວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ“ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ” ແລະ ດຳເນີນການເຄື່ອນໄຫວຕ່າງໆທີ່ສໍາຄັນ.
ນາຍົກລັດຖະມົນຕີ ຟ້າມມີງຈີງ ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມ “ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ” ໃນຂອບເຂດກອງປະຊຸມສຸດຍອດ G7 ເປີດກ້ວາງ. - ảnh 1ນາຍົກລັດຖະມົນຕີ ຟ້າມມີງຈີງ ເຂົ້າຮ່ວມ,ກ່າວຄຳເຫັນທີ່ກອງປະຊຸມ

      ໃນບົດຄຳເຫັນທີ່ກອງປະຊຸມ “ມຸ່ງໄປສູ່ໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ”, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຍົກໃຫ້ເຫັນແຈ້ງສານຂອງຫວຽດນາມ ກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດ, ຮ່ວມແຮງຮ່ວມໃຈປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງມວນມະນຸດ; ປາດຖະໜາຢາກຢຸດຕິການປະທະກັນ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ອາວຸດນິວເຄຼຍ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງຂອງມະນຸດ.

     ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງເນັ້ນໜັກເຖິງສານກ່ຽວກັບນ້ຳໃຈເຄົາລົບກົດໝາຍ, ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ແກ້ໄຂທຸກການຂັດແຍ້ງໂດຍສັນຕິວິທີ ຄວນໄດ້ຮັບການເຊີດຊູ ແລະ ປະຕິບັດດ້ວຍບັນດາຄຳໝັ້ນສັນຍາໂດຍລະອຽດ; ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນແກ້ໄຂໂດຍຜ່ານການເຈລະຈາ ເພື່ອຊອກຫາວິທີແກ້ໄຂຍາວນານ, ໂດຍຄຳນຶງເຖິງຜົນປະໂຫຍດອັນຊອບທຳຂອງຝ່າຍຕ່າງໆ. ສຳລັບພາກພື້ນ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາປະເທດຈະປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ມຸ່ງໄປເຖິງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດຫມາຍວ່າດ້ວຍທະເລປີ 1982 (UNCLOS 1982).

      ຕອນບ່າຍວັນທີ 21 ພຶດສະພາ, ຢູ່ນະຄອນ Hiroshima (ຍີ່ປຸ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການພົບປະກັບ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva, ທ່ານປະທານາທິບໍດີ ຢູແກຼນ Volodymyr Oleksandrovych Zelensky.  ແລະ ຕ້ອນຮັບ ບັນດາສະມາຊິກ ສະພາແຫ່ງຊາດຍີ່ປຸ່ນ ຢູ່ເຂດເລືອກຕັ້ງ Hiroshima.

      ທີ່ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນກ່ຽວກັບທິດທາງໃຫຍ່ ແລະ ມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ໃຫ້ຂຶ້ນສູ່ລະດັບສູງໃໝ່.

     2 ຝ່າຍຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນຄື ອາຊຽນ, ສະຫະປະຊາຊາດ, APEC. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານ ເນັ້ນໜັກເຖິງການຮັບປະກັນຄວາມປອດໄພຂອງການເດີນເຮືອ ແລະ ການບິນ, ແກ້ໄຂທຸກຂໍ້ຂັດແຍ່ງ ແລະ ຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ກ່ອນທີ່ດຳເນີນການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເປັນສັກຂີພິຍານການແລກປ່ຽນເອກະສານລົງນາມໃນ 3 ໂຄງການຮ່ວມມື ODA ດ້ວຍຍອດມູນຄ່າ 61 ຕື້ເຢນ (ປະມານ 500 ລ້ານ USD).

    ທີ່ການພົບປະກັບປະທານາທິບໍດີ ບຣາຊິນ Luiz Inácio Lula da Silva, ທ່ານນາຍົກລັດຖະມົນຕີ ຟ້າມມິງຂີງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ ບຣາຊິນ, ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ຫວຽດນາມ ໃນພາກພື້ນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ ບຣາຊິນ ໜູນຊ່ວຍ ແລະ ຊຸກຍູ້ການດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR); ສືບຕໍ່ປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາເວທີປາໄສຫຼາຍຝ່າຍເຊິ່ງ 2 ຝ່າຍເປັນສະມາຊິກ.

     ຕອນບ່າຍວັນທີ 21/5, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບສະມາຊິກສະພາແຫ່ງຊາດ ຍີ່ປຸ່ນ ທີ່ເຂດເລືອກຕັ້ງ Hiroshima.  

       ຕອນບ່າຍວັນດຽວກັນ, ເຮືອບິນພິເສດໄດ້ສົ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງຫວຽດນາມ ອອກຈາກ Hiroshima (ຍີ່ປຸ່ນ) ກັບເມືອ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ G7 ຢ່າງຈົບງາມ

ຕອບກັບ

ຂ່າວ/ບົດ​ອື່ນ