ນາຍົກລັດຖະມົນຕີ ລາວ ຕີລາຄາສູງການຮ່ວມມືຂອງ ຫາຍຟ່ອງ
ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ແລະ ທ່ານ Nguyen Van Thanh, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນ ຫາຍຟ່ອງ
(ພາບ: Hoàng Chương/Vietnam+)
(vovworld) - ວັນທີ 8/8, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນະຄອນ ຫາຍຟ່ອງ, ໂດຍທ່ານ Nguyen Van Thanh, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນ ຫາຍຟ່ອງ ນຳໜ້າ ທີ່ພວມຢູ່ຢ້ຽມຢາມ ສປປ ລາວ ແຕ່ວັນທີ 6 – 12/8. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຕີລາຄາສູງຄະນະຜູ້ແທນນະຄອນ ຫາຍຟ່ອງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງ ອຸດົມໄຊ. ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຫວັງວ່າ: ນະຄອນ ຫາຍຟ່ອງ ແມ່ນນະຄອນ ອຸດສາຫະກຳ, ທີ່ມີລະດັບພັດທະນາຢ່າງວ່ອງໄວຂອງຫວຽດນາມ ຈະຊ່ວຍເຫຼືອ ບັນດາແຂວງຂອງ ລາວ ບຳລຸງສ້າງຊັບພະຍາກອນມະນຸດຢ່າງມີຈຸດສຸມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ແທດຈິງ, ພ້ອມທັງສະແດງຄວາມຫວັງວ່າ: ການຮ່ວມມືຂອງ ຫາຍຟ່ອງ ກັບບັນດາແຂວງພາກເໜືອ ລາວ ແມ່ນແບບຢ່າງທີ່ດີເດັ່ນໃນສາຍພົວພັນຮ່ວມມືອັນລະອຽດ, ແທດຈິງ ໃນການພົວພັນແບບພິເສດ, ຮອບດ້ານ ຫວຽດນາມ - ລາວ ໃນຊຸມປີຈະມາເຖິງ.
ແລະກໍໃນວັນດຽວກັນ, ຄະນະຜູ້ແທນນະຄອນ ຫາຍຟ່ອງ ໄດ້ເຂົ້າຢ້ຽມຂຳ່ນັບທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ແລະ ມີການເຮັດວຽກກັບການນຳນະຄອນຫຼວງ ວຽງຈັນ, ພິຈາລະນາ ກ່ຽວກັບແຜນການຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ.