ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຊູແອັດປະຈຳຫວຽດນາມ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ |
(vovworld)- ຕອນບ່າຍວັນທີ 29/6, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Camila Melander, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງຊູແອັດປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຊູແອັດແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ, ທ່ານໄດ້ຕີລາຄາສູງການສະໜັບສະໜູນອັນລ້ຳຄາທາງດ້ານວັດຖຸ ແລະ ຈິດໃຈຂອງຊູແອັດທີ່ສະຫງວນໃຫ້ແກ່ຫວຽດນາມໃນບັນດາໄລຍະແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດເມື່ອກ່ອນນີ້ ກໍຄືໃນໄລຍະສ້າງສາປະເທດຊາດຄືໃນປະຈຸບັນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ປະຈຸບັນ, ຫວຽດນາມພວມພະຍາມປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ຫວັງວ່າຈະມີວິສາຫະກິດຂອງຊູແອັດເຂົ້າມາລົງທຶນດຳເນີນທຸລະກິດນັບມື້ນັບຫຼາຍຂຶ້ນ.